ທີ່ການພົບປະ, ບັນດານາຍທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໄດ້ແບ່ງປັນບັນດາຂໍ້ມູນທີ່ມີປະໂຫຍດຫຼາຍຢ່າງກ່ຽວກັບບັນດາເຫດການສໍາຄັນໃນພາລະກິດການປະຕິວັດຂອງປະທານໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ພ້ອມກັບສາຍພົວພັນສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: dangcongsan.vn.
leftcenterrightdel
ຜູ້ແທນສອງປະເທດຫວຽດນາມ-ລາວ ທີ່ງານພົບປະສັງສັນ. ພາບ: dangcongsan.vn.

ທ່ານ ທອງວັນ ທອງດີ, ຫົວໜ້າພະແນກໂຄສະນາ ແລະນໍາທ່ຽວຫໍພິພິທະພັນໄກສອນ ພົມວິຫານ, ໃຫ້ຮູ້ວ່າ: ນອກຈາກຢູ່ ຮ່າໂນ້ຍ ແລ້ວ, ຄະນະຜູ້ແທນລາວ ກໍ່ໄດ້ໄປຢ້ຽມຢາມ ແລະຊອກຮູ້ຢູ່ບັນດາສະຖານທີ່ເຊິ່ງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເຄີຍຮໍ່າຮຽນ ແລະເຄື່ອນໄຫວຢູ່ບັນດາແຂວງ, ນະຄອນ: ເຊີນລາ, ຮວ່າບິ່ງ, ໄທງວຽນ, ຕວຽນກວາງ ຕື່ມອີກ. ບັນດາການເຄື່ອນໄຫວນີ້ຊ່ວຍໃຫ້ບັນດາສະມາຊິກໃນຄະນະມີຄວາມເຂົ້າໃຈກ່ຽວກັບວິວັດການເຄື່ອນໄຫວ, ຮໍ່າຮຽນຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຢູ່ປະເທດເພື່ອນມິດຫວຽດນາມ, ສາຍພົວພັນສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ລາວ ຢ່າງເລິກເຊິ່ງກວ່າອີກ, ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີແບບພິເສດລະຫວ່າງສອງປະເທດ.

ໂດຍ: ທະນາພອນ