“ຊ່ວຍເພື່ອນແມ່ນ ຊ່ວຍຕົນເອງ”

ໃນມື້ໜຶ່ງຍາມຕົ້ນປີ 2019, ຂ້າພະເຈົ້າມີໂອກາດໄດ້ພົບປະກັບທ່ານ ຫງວຽນວັນຫງຽບ, ຢູ່ເຮືອນເລກທີ 2, ຕາແສງກວານຮວາ, ເມືອງເກົ່າເຢີຍ, ນະຄອນຮ່າໂນ້ຍ, ລາວແມ່ນອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເຄີຍຕໍ່ສູ້, ປະຕິບັດງານຢູ່ປະເທດລາວ. ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ແກ່ຂ້າພະເຈົ້ານັ້ນແມ່ນ, ໃນເຮືອນຫຼັງນ້ອຍໆຂອງຄອບຄົວທ່ານ ຫງວຽນວັນຫງຽບ ມີຫຼຽນໄຊ, ຫຼຽນກາຫຼາຍຫຼຽນຂອງພັກ, ລັດຫວຽດນາມ ແລະປະເທດເພື່ອນລາວ, ພ້ອມກັບໃບຍ້ອງຍໍຂອງທຸກຂັ້ນ, ທຸກຂະແໜງການແຂວນເຕັມຝາ. ຜ່ານການໂອ້ລົມ, ຂ້າພະເຈົ້າໄດ້ຮູ້ວ່າ, ທ່ານ ຫງວຽນວັນຫງຽບ ເກີດຢູ່ແຂວງກວາງນາມ. ຕົ້ນປີ 1945, ອ້າຍບ່າວ ຫງວຽນວັນຫງຽບ ມີອາຍຸເກືອບ 16 ປີແຕ່ໄດ້ເຂົ້າຮ່ວມການປະຕິວັດໃນຂະບວນການຫວຽດມີງ ຢູ່ບ້ານເກີດເມືອງນອນ. ເດືອນ ຕຸລາ 1947, ຕາມການຈັດສົ່ງຂອງພັກ, ທ່ານ ຫງວຽນວັນຫງຽບ ໄປຮຽນບຳລຸງວັດທະນະທຳຢູ່ໂຮງຮຽນມັດທະຍົມສາມັນຊົນຢູ່ແຂວງກວາງຫງ໋າຍ. ສິ້ນສຸດສົກຮຽນທຳອິດໂດຍປະຕິບັດຕາມຄໍາຮຽກຮ້ອງຂອງທ່ານ ຟ້າມວັນດົ່ງ ຜູ້ກໍ່ຕັ້ງໂຮງຮຽນ, ທ່ານ ຫງວຽນວັນຫງຽບ ພ້ອມກັບເພື່ອນຮ່ວມຮຽນ 20 ຄົນໄດ້ສະໝັກໃຈເຂົ້າຮ່ວມກົມກອງທະຫານເຂດ 5 ໄປຕໍ່ສູ້ຢູ່ພາກໃຕ້ລາວ ໃນກົມກອງຂອງເຂດພິເສດ.

ພາຍຫຼັງເຄື່ອນທັບເປັນເວລາ 7 ມື້, ເຊິ່ງຕ້ອງຂ້າມສາຍພູຫຼວງ, ດ້ວຍພູສູງ, ເຫວຊັນບໍ່ຈັກວ່າເທົ່າໃດ, ທ່ານ ຫງວຽນວັນຫງຽບ ແລະເພື່ອນຮ່ວມກົມກອງໄດ້ມີໜ້າຢູ່ບ້ານຕ່າໂງ, ສຳນັກບັນຊາຂອງເຂດພິເສດ, ທີ່ຕິດກັບຊາຍແດນ ຫວຽດນາມ-ລາວ. ມື້ທໍາອິດ, ໜ້າທີ່ຕົ້ນຕໍ່່ຂອງກົມກອງທ່ານແມ່ນກໍ່ສ້າງຮາກຖານ, ຂົນຂວາຍພໍ່ແມ່ປະຊາຊົນເຂົ້າຮ່ວມການປະຕິວັດ. ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວຂອງກົມກອງໃນຊຸມມື້ທຳອິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນຍ້ອນຮົ້ວກີດຂວາງດ້ານພາສາ, ເພາະວ່າຢູ່ທີ່ນີ້ແມ່ນເຂດຊົນເຜົ່າເກີຕູ, ພໍ່ແມ່ປະຊາຊົນບໍ່ຮູ້ພາສາຫວຽດ ແລະພາສາລາວ. ສະນັ້ນພະນັກງານ, ນັກຮົບຂອງເຮົາຕ້ອງຮຽນພາສາເກີຕູ ເອງເພື່ອສາມາດໂອ້ລົມກັບພໍ່ແມ່ປະຊາຊົນໄດ້ຫຼາຍກວ່າ ກໍ່ຄືຊ່ວຍເຫຼືອເຂົາເຈົ້າເຮັດໄຮ່ໄຖນາ, ທຳການຜະລິດ, ຍ້ອນເຫດນັ້ນສາຍພົວພັນລະຫວ່າງທະຫານ ແລະຊາວທ້ອງຖິ່ນນັບມື້ນັບສະໜິດຕິດພັນກວ່າ, ພໍ່ແມ່ປະຊາຊົນເປັນຈິດໜຶ່ງໃຈດຽວເຂົ້າຮ່ວມການປະຕິວັດ.

ທ່ານ ຫງວຽນວັນຫງຽບ ຫວນຄືນວ່າ “ກົມກອງພວກຂ້າພະເຈົ້າເຄື່ອນທັບທາງບົກຕະຫຼອດວັນ ແລະຄືນ, ຕ້ອງຂ້າມພູ, ລົງຫ້ວຍ, ຂ້າມປ່າ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ລຳບາກຄືແນວນັ້ນ, ແຕ່ພວກຂ້າພະເຈົ້າບໍ່ມີໃຜຈົ່ມວ່າ, ມີແຕ່ພະຍາຍາມຕັດສິນໃຈກ້າວຂຶ້ນ, ດ້ວຍຄວາມປາດຖະໜາຢາກມີໜ້າຢູ່ປະເທດເພື່ອນລາວ ໂດຍໄວເພື່ອເຮັດວຽກງານຊ່ວຍເພື່ອນລາວ, ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່: ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”.

leftcenterrightdel
ທ່ານ ຫງວຽນວັນຫງຽບ ແລະປຶ້ມຈົດກ່າຍບັນດາອະນຸສອນໄລຍະທີ່ເປັນທະຫານອາສາສະໝັກ, ນັກຊ່ຽວຊານຢູ່ປະເທດເພື່ອນມິດລາວ. ພາບ: ເຈິ່ນຮວ່ຽນ.

ສາຍໃຈ ຫວຽດນາມ-ລາວ

ຫວນຄືນອະນຸສອນທີ່ບໍ່ອາດຫຼົງລືມໄດ້ໃນໄລຍະຍັງເປັນນັກຊ່ຽວຊານຢູ່ລາວ, ທ່ານ ຫງວຽນວັນຫງຽບ ເລົ່າສູ່ຟັງວ່າ: ປີ 1955,  ຂ້າພະເຈົ້າຮັບໜ້າທີ່ເປັນນັກຊ່ຽວຊານຊ່ວຍຄະນະພັກແຂວງຈໍາປາສັກ, ລາວ. ເມື່ອຂ້າພະເຈົ້າໄປປະຊຸມຢູ່ເຂດສາລະວັນ. ບົນເສັ້ນທາງກັບເມືອຂ້າພະເຈົ້າໄດ້ພົບກັບສະຫາຍ ພໍວາ, ປະທານແນວລາວສ້າງຊາດແຂວງຈໍາປາສັກ ກຳລັງກັບມາສຳນັກງານໃນເຂດ. ຍ້ອນຢ້ານຂ້າພະເຈົ້າບໍ່ສາມາດກັບມາຮອດສຳນັກງານກ່ອນເວລາຟ້າມືດ, ສະຫາຍ ພໍວາ ໄດ້ຈັດໃຫ້ຜູ້ໜຶ່ງພາຂ້າພະເຈົ້າໄປປາກຊ່ອງໂດຍກົງ, ຫາກບໍ່ຜ່ານຜູ້ຕິດຕໍ່ຂອງແຕ່ລະບ້ານ, ພໍ່ເຖົ້າໄດ້ພາຂ້າພະເຈົ້າໄປພົບກັບຄະນະພັກເມືອງ. ແຕ່ເສຍດາຍ, ມື້ນັ້ນ, ພະນັກງານທັງໝົດລ້ວນແຕ່ລົງຮາກຖານ. ຍ້ອນບໍ່ທັນຮູ້ຈັກຂ້າພະເຈົ້າເຂົາເຈົ້າຈຶ່ງສົງໄສຂ້າພະເຈົ້າແມ່ນຝ່າຍສັດຕູປອມຕົວເປັນນັກຊ່ຽວຊານຫວຽດນາມ. ບັງເອີນຂ້າພະເຈົ້າຈື່ວ່າ, ຢູ່ເຂດນີ້ມີເອື້ອຍບົວ, ຜູ້ທີ່ເຄີຍປະຕິບັດງານພ້ອມກັບຂ້າພະເຈົ້າໃນຊຸມປີຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ. ຂ້າພະເຈົ້າ ສະເໜີພໍ່ແມ່ປະຊາຊົນໃຫ້ພົບກັບເອື້ອຍບົວ ເລີຍ, ແຕ່ມີພໍ່ເຖົ້າຜູ້ໜຶ່ງຕອບວ່າ: ບົວແມ່ນອິດສະຫຼະ, ມັນພ້ອມກັບສີທອນ (ຜົວຂອງເອື້ອຍບົວ) ໄປຊຳເໜືອແລ້ວ, ບໍ່ຢູ່ນີ້ອີກ. ພວກກູບໍ່ມີການພົວພັນຫຍັງກັບມັນອີກ. ຂ້າພະເຈົ້າບໍ່ຮູ້ໄດ້ວ່າຊາວບ້ານຈະແກ້ໄຂເລື່ອງນີ້ຄືແນວໃດ. ໂຊກດີມີແມ່ຍິງຄົນໜຶ່ງຊ່ອນຕົວຢູ່ເບື້ອງຫຼັງຊາວບ້ານໄດ້ແລ່ນອອກມາກອດເອົາ ແລະເອີ້ນຊື່ຂ້າພະເຈົ້າ. ແມ່ຍິງຜູ້ນັ້ນແມ່ນເອື້ອຍບົວ. ລາວໄຫ້ຍ້ອນດີໃຈ ແລະສະເທືອນໃຈ. ຂ້າພະເຈົ້າ ຄິດວ່າ, ຖ້າມື້ນັ້ນບໍ່ມີເອື້ອຍບົວ, ບໍ່ຮູ້ຊາຕາກຳຂອງຂ້າພະເຈົ້າຈະເປັນແນວໃດ...

ໃນຊຸມວັນປະຕິບັດໜ້າທີ່ຢູ່ປະເທດເພື່ອນມິດລາວ, ເຖິງວ່າເມື່ອນັ້ນການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພະນັກງານ, ນັກຮົບທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ລາວ ຍາມໃດກໍ່ຮັບການອຸ້ມຊູ, ຊ່ວຍເຫຼືອ, ແບ່ງທຸກແບ່ງສຸກຈາກທະຫານ ແລະປະຊາຊົນ, ພ້ອມກັບອຳນາດການປົກຄອງທຸກຂັ້ນຂອງປະເທດເພື່ອນລາວ... ເພາະສະນັ້ນ, ເຖິງວ່າໄດ້ຜ່ານຫຼາຍສິບປີແລ້ວກໍ່ຕາມ, ແຕ່ອະນຸສອນກ່ຽວກັບນໍ້າໃຈສາມັກຄີຕໍ່ສູ້ອັນສະໜິດແໜ້ນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ຍັງຄົງຝັງເລິກຢູ່ໃນໃຈຂອງທ່ານ ຫງວຽນວັນຫງຽບ ຢູ່.

ພາຍຫຼັງ 43 ປີຮັບໃຊ້ການປະຕິວັດລາວ (1948-1991), ໃນນັ້ນມີ 6 ປີເປັນທະຫານອາສາສະໝັກຕ້ານພວກລ່າເມືອງຂຶ້ນຝະລັ່ງ, ພິເສດແມ່ນມີ 12 ປີແມ່ນເລຂາຜູ້ຊ່ວຍວຽກທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, 3 ປີເປັນຫົວໜ້າໜ່ວຍຊ່ຽວຊານຊ່ວຍວຽກຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ. ໃນໄລຍະເວລາເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ທ່ານ ຫງວຽນວັນຫງຽບ ຍັງເປັນກຽດທີ່ເປັນນັກແປພາສາໃຫ້ປະທານ ໂຮ່ຈິມິນ ໃນການຕ້ອນຮັບເຈົ້າຊີວິດລາວ ມາຢ້ຽມຢາມຫວຽດນາມ ແລະທ່ານພົນເອກ ຫວໍຫງວຽນຢ໋າບ ເມື່ອໄປຢ້ຽມຢາມປະເທດເພື່ອນລາວ. ປະຈຸບັນ, ທ່ານ ຫງວຽນວັນຫງຽບ ແມ່ນຮອງຫົວໜ້າຄະນະຕິດຕໍ່ອະດີດທະຫານອາສາສະໝັກ ແລະນັກຊ່ຽວຊານທະຫານຊ່ວຍການປະຕິວັດລາວ.

ອຳລາທ່ານ ຫງວຽນວັນຫງຽບ, ຂ້າພະເຈົ້າຮູ້ສຶກນິຍົມນັບຖືຕໍ່ຮຸ່ນພໍ່ຮຸ່ນອ້າຍເຊິ່ງໄດ້ອຸທິດສ່ວນ, ເສຍສະຫຼະຊີວິດ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີສະໜິດແໜ້ນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ