ນັກຂ່າວ: ຂໍຮຽນທ່ານພົນເອກ, ທ່ານສາມາດໃຫ້ຮູ້ບາງຂີດໝາຍເປັນໜ້າເອກອ້າງທະນົງໃຈທີ່ສຸດຂອງກອງທັບປະຊາຊົນລາວ ພາຍຫຼັງ 70 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ?

leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ: ກອງທັບປະຊາຊົນລາວ ມີຕົ້ນກຳເນີດມາຈາກກອງທັບລາວອິດສະຫຼະ. ກອງທັບລາວອິດສະຫຼະ ໄດ້ຮັບການສ້າງຕັ້ງໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຂ້ຶນກັບເຂດປົດປ່ອຍຢູ່ແຂວງຫົວພັນ ໂດຍປະທານ ໄກສອນ ພົມວິຫານ ນຳພາ, ບັນຊາ. ເລື່ອງສ້າງຕັ້ງກອງທັບປະຊາຊົນລາວແມ່ນເຫດການປະຫວັດສາດສຳຄັນທີ່ສຸດຂອງການປະຕິວັດລາວ. ກ່ອນປີ 1949, ປະເທດລາວ ຖືກພວກລ່າເມືອງຂຶ້ນຝະລັງ ຢຶດຄອງ ແລະໃນເມື່ອນັ້ນ, ຢູ່ປະເທດລາວ ມີຫຼາຍຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ໂດຍບັນດານັກວິລະຊົນນຳພາ ຄື: ຂະບວນການຕໍ່ສູ້ທີ່ນຳພາໂດຍ ອົງແກ້ວ ອົງກົມມະດຳ, ຂະບວນການພໍ່ກະດວດ, ຂະບວນການຕໍ່ສູ້ນຳພາໂດຍເຈົ້າຟ້າປັດໄຈ. ບັນດາຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ຂອງປະຊາຊົນລາວ ໃນຄາວນັ້ນຖືກເສຍຫາຍຢ່າງໜັກໜ່ວງແຕ່ກໍ່ຍັງບໍ່ໄດ້ຮັບໄຊຊະນະ. ສາຍເຫດແມ່ນຍ້ອນວ່າຍັງບໍ່ທັນມີແນວທາງຖືກຕ້ອງ, ບໍ່ທັນມີພັກນຳພາ, ສະນັ້ນຈຶ່ງບໍ່ທັນເຕົ້າໂຮມໄດ້ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະບໍ່ທັນມີອາວຸດທັນສະໄໝ.

ເຖິງຢ່າງໃດກໍ່ຕາມ, ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງໃນປີ 1930, ພາຍໃຕ້ການນຳພາຂອງປະທານ ໂຮ່ຈິມິນ ພ້ອມກັບທິດສະດີປະຕິວັດ ແລະແນວທາງຕໍ່ສູ້ປະຕິວັດເຊິ່ງເພິ່ນ ໄດ້ຄົ້ນຄວ້າ, ໄດ້ຊ່ວຍປົດປ່ອຍທັງ 3 ປະເທດ ລາວ, ຫວຽດນາມ ແລະກຳປູເຈຍ ຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນຝະລັ່ງ. ບັ້ນບຸກໂຈມຕີສຳຄັນທີ່ສຸດ ແລະໃຫຍ່ທີ່ສຸດແມ່ນບັ້ນຮົບປົດປ່ອຍດ້ຽນບຽນຝູ ປີ 1954, ບັງຄັບໃຫ້ຝະລັ່ງຕ້ອງເຊັນສັນຍາເຊີແນວ ປີ 1954 ແລະຢຸດຕິການປົກຄອງຂອງຝະລັ່ງຢູ່ ອິນດູຈີນ. ເມື່ອຈັກກະພັດອາເມລິກາ ໂດດເຂົ້າມາຮຸກຮານລາວ, ຫວຽດນາມ, ກຳປູເຈຍ, ພັກໄດ້ຊີ້ອອກວ່າ ຢາກຍາດໄດ້ໄຊຊະນະນັ້ນຕ້ອງມີທິດສະດີປະຕິວັດ. ທິດສະດີປະຕິວັດແມ່ນທິດສະດີ ມາກ-ເລນິນ, ນໍາພາຂະບວນການຕໍ່ສູ້ຢູ່ທັງຫວຽດນາມ, ລາວ ແລະກຳປູເຈຍ.

ນັກຂ່າວ: ຂໍຮຽນທ່ານພົນເອກ, ໃນໄລຍະທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ອາດຈະບໍ່ມີໃຜສາມາດປະຕິເສດໄດ້ສາຍພົວພັນຮ່ວມມືສະໜິດຕິດພັນ, ການໜູນຊ່ວຍເຊິ່ງກັນ ແລະກັນຢ່າງແທດຈິງ ແລະມີປະສິດທິຜົນຂອງກອງທັບສອງປະເທດຫວຽດນາມ - ລາວ. ທ່ານພົນເອກ ຕີລາຄາຄືແນວໃດຕໍ່ກັບສາຍພົວພັນນີ້ ?

ທ່ານພົນເອກ ຈັນສະໝອນ ຈັນຍາລາດ: ບັນດາບັ້ນບຸກໂຈມຕີ, ບັນດາບັ້ນຮົບຄືຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ແມ່ນກອງທັບລາວຮ່ວມມືສູ້ຮົບກັບກອງທັບປະຊາຊົນຫວຽດນາມ (ສຳພັນທະມິດສູ້ຮົບລາວ-ຫວຽດ), ພິເສດແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໄດ້ຊ່ວຍເຫຼືອລາວ ໃນຕະຫຼອດການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດອາເມລິກາ ແລະພວກລູກແຫຼ້ງຕີນມືຂາຍຊາດ ເພື່ອຍາດໄດ້ໄຊຊະ ນະຢ່າງສົມບູນໃນວັນທີ 2 ທັນວາ 1975, ປະກາດຫັນປ່ຽນຈາກລະບອບລາຊາທິປະໄຕ ກາຍເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ. ຈາກນັ້ນ, ໜ້າທີ່ຂອງກອງທັບປະຊາຊົນລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ແມ່່ນປົກປັກຮັກສາ ແລະພັດທະນາປະເທດຊາດ. ໃນຕະຫຼອດໄລຍະທາງ 70 ປີແຫ່ງການກໍ່ສ້າງ, ເຕີບໃຫຍ່ຂະຫຍາຍຕົວ ແລະພັດທະນາຂອງກອງທັບປະຊາຊົນລາວ ລ້ວນແຕ່ຕິດພັນກັບການຮ່ວມມືພ້ອມກັນສູ້ຮົບລະຫວ່າງສອງປະເທດລາວ - ຫວຽດນາມ.

ນັ້ນແມ່ນບັນດາໄຊຊະນະມີລັກສະນະຍຸດທະສາດ. ຍ້ອນເຫດນັ້ນ, ສາມາດເວົ້າໄດ້ວ່າກອງທັບລາວສູ້ຮົບຍາດເອົາໄຊຊະນະ ແລະນັບມື້ນັບພັດທະນາເຕີບໃຫຍ່ເຂັ້ມແຂງໄດ້ຄືທຸກວັນນີ້ແມ່ນຍ້ອນມີການນຳພາຂອງພັກດ້ວຍແນວທາງແຜນນະໂຍບາຍຖືກຕ້ອງ; ທີສອງແມ່ນດ້ວຍຈິດໃຈຕໍ່ສູ້ຢ່າງກ້າຫານເດັດດ່ຽວ, ກ້າຕີກ້າໄຊຊະນະ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຊ່ວຍໃຫ້ກອງທັບລາວສ້າງບັນດາກົມກອງວິລະຊົນ, ບຸກຄົນວິລະຊົນ, ບ້ານວິລະຊົນ, ຕາແສງວິລະຊົນ, ເມືອງວິລະຊົນ, ແຂວງວິລະຊົນ; ທີ 3 ແມ່ນມີການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງພັກກອມມູນິດ ແລະປະຊາຊົນຫວຽດນາມ, ພິເສດແມ່ນການຊ່ວຍເຫຼືອທັງດ້ານວັດຖຸ ແລະຈິດໃຈອີກດ້ວຍ, ນີ້ແມ່ນນ້ຳໃຈສາມັກຄີແບບພິເສດທີ່ຫາຍາກໃນໂລກ. ນອກຈາກນັ້ນ, ກໍ່ມີການຊ່ວຍເຫຼືອຂອງພັກກອມມູນິດຈີນ, ພັກກອມມູນິດສະຫະພາບໂຊວຽດ ແລະບັນດາປະເທດສັງຄົມນິຍົມ ພ້ອມກັບປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ. ນີ້ແມ່ນບັນດາປັດໄຈສຳຄັນ, ປະກອບສ່ວນຊ່ວຍການປະຕິວັດລາວ ແລະກອງທັບປະຊາຊົນລາວ ໃນການຕໍ່ສູ້ຍາດເອົາເອກະລາດຢ່າງສົມບູນ.

ນັກຂ່າວ: ໃນສະພາບການໂລກ ແລະພາກພື້ນມີການປ່ຽນແປງຫຼາຍຢ່າງ, ກອງທັບສອງປະເທດຕ້ອງເຮັດແນວໃດເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ?

ທ່ານພົນເອກ ຈັນສະໝອນ ຈັນຍາລາດ: ຄືຂ້າພະເຈົ້າໄດ້ເວົ້າມາແລ້ວນັ້ນ, ສາຍພົວພັນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດລາວ - ຫວຽດນາມ ແມ່ນສາຍພົວພັນແບບພິເສດ. ໃນເງື່ອນໄຂໃໝ່, ສະພາບການໃໝ່ຂອງໄລຍະເຊື່ອມໂຍງເຂົ້າກັບສາກົນ, ວິທີການເຄື່ອນໄຫວ, ມ້າງເພທຳລາຍຂອງບັນດາອິດທິກຳລັງປໍລະປັກກໍ່ຈະຫັນເປັນຫຼາຍຮູບການ. ເພື່ອສະກັດກັ້ນ, ຕ້ານທຸກກົນອຸບາຍ ຂອງພວກສັດຕູ, ຮັບປະກັນການຮັກສາ ແລະປົກປັກຮັກສາເອກະລາດແຫ່ງຊາດ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນນັ້ນ ຕ້ອງຍົກລະດັບການຮ່ວມມືລະຫວ່າງກອງທັບສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ໝັ້ນຄົງເຂັ້ມແຂງ, ໜັກແໜ້ນ ແລະມີປະສິດທິຜົນແທດຈິງ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ພິເສດແມ່ນຂົງເຂດປັບປຸງ, ກໍ່ສ້າງກຳລັງ ແລະບັນດາຂົງເຂດເຄື່ອນໄຫວອື່ນ ເພື່ອແນໃສ່ສະກັດກັ້ນ ແລະທັບມ້າງບັນດາຖ້ອຍທຳນອງຜິດພາດຂອງບັນດາອິດທິກຳລັງປໍລະປັກຈາກພາຍນອກ ເພື່ອແນໃສ່ແບ່ງແຍກ, ທຳລາຍນ້ຳໃຈສາມັກຄີລະຫວ່າງສອງປະເທດ, ສອງກອງທັບລາວ - ຫວຽດນາມ.

ນັກຂ່າວ: ຂໍຂອບໃຈທ່ານພົນເອກ!