leftcenterrightdel
ການນໍາກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແລະອຳນາດການປົກຄອງເມືອງຊຽງຄໍ້ ລະດົມກໍາລັງໃຈພໍ່ແມ່ປະຊາຊົນມາກວດ, ປິ່ນປົວພະຍາດ. ພາບ: ຕ໋ຽນດາດ.

ຕາງໜ້າການນໍາ, ອຳນາດການປົກຄອງທ້ອງຖິ່ນ, ທ່ານ ພັນຕາ ທອນວົງສາ, ເລຂາພັກເມືອງ, ປະທານຄະນະກໍາມະການປະຊາຊົນເມືອງຊຽງຄໍ້ ໄດ້ສົ່ງຈົດໝາຍຂອບໃຈຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ.

ໃນຈົດໝາຍ, ທ່ານ ພັນຕາ ທອນວົງສາ ຢືນຢັນວ່າ, ລາຍການເປັນພະຍານຫຼັກຖານມີຊີວິດຊີວາສະແດງໃຫ້ເຫັນນໍ້າໃຈສາມັກຄີມິດຕະພາບແບບພິເສດ, ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ, ສອງກອງທັບຫວຽດນາມ-ລາວ ເຊິ່ງປະທານ ໂຮ່ຈິມິນ ແລະທ່ານ ໄກສອນ ພົມວິຫານ ພ້ອມກັບ ສະເດັດເຈົ້າສຸພານຸວົງ ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ. ທ່ານ ພັນຕາ ທອນວົງສາ ຫວັງວ່າ, ໃນໄລຍະຈະມາເຖິງຈະໄດ້ຮັບຄວາມເອົາໃຈໃສ່ຈາກກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະກົມໃຫຍ່ພະລາທິການຫຼາຍກວ່າອີກ ເວົ້າສະເພາະ.

ໂດຍ: ຄໍາແພງ