ຈຸດປະສົງເພື່ອສຶກສາອົບຮົມສະມາຊິກພັກ, ພະນັກງານໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕປະຊາຊົນ, ມີນໍ້າໃຈປະຕິວັດ, ມີຄວາມກະຕັນຍູຮູ້ບຸນຄຸນ ແລະຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງບັນດາຜູ້ນຳ ແລະນັກຮົບປະຕິວັດຮຸ່ນກ່ອນ, ຖືເປັນໂອກາດສ້າງຂະບວນການຕອບບຸນແທນຄຸນຜູ້ທີ່ໄດ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ມີຜົນງານໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ກໍ່ເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ການສະເຫລີມສະຫລອງວັນສ້າງຕັ້ງກອງທັບຄົບຮອບ 70 ປີເຕັມໄປດ້ວຍເນື້ອໃນ, ຄວາມໝາຍຄວາມສຳຄັນທີ່ເລິກເຊິ່ງ, ເປັນຂະບວນການທີ່ຟົດຟື້ນມ່ວນຊື່ນ, ສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະທົ່ວສັງຄົມເຂົ້າຮ່ວມ ຂະບວນການຮັກຊາດ ແລະພັດທະນາຢ່າງກວ້າງຂວາງ.

leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ໃນໂອກາດດັ່ງກ່າວ, ທ່ານພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນປະຫວັດສາດການກຳເນີດຂອງກອງທັບປະຊາຊົນລາວ ໂດຍສະເພາະສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນລາວ, ຄວາມໝາຍຄວາມສຳຄັນ, ຜົນງານໄຊຊະນະ ແລະການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ  ໃນໄລຍະຕໍ່ສູ້ກູ້ຊາດ, ລວມທັງໄລຍະປະຕິບັດ ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງກອງທັບປະຊາຊົນລາວ ໃນໄລຍະໃໝ່, ໂດຍຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດ ແລະສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຊຶ່ງກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ເຮັດສຳເລັດພາລະກຳປະຫວັດສາດ ທີ່ພັກ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝລັ່ງ ແລະຈັກກະພັດອາເມລິກາ ຜູ້ຮຸກຮານ, ພ້ອມດ້ວຍລູກແຫລ້ງຕີນມືຂອງພວກເຂົາ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.

leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ໃນນັ້ນ, ທ່ານໄດ້ເນັ້ນຍົກໃຫ້ເຫັນປະຫວັດມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ໂດຍສະເພາະທາດແທ້, ມູນເຊື້ອຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ນໍ້າໃຈຕໍ່ສູ້ພິລະອາດຫານ, ເສຍສະຫລະ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີຄວາມດຸໝັ່ນຂະຫຍັນພຽນ, ມີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີ ແລະມີລະບຽບ ວິໄນທີ່ເຂັ້ມງວດ. ດັ່ງນັ້ນ, ຜ່ານພຶດຕິກໍາຕົວຈິງຈາກການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນພາຍໃຕ້ການນຳພາເດັດຂາດ ແລະຮອບດ້ານຂອງພັກປະຊາຊົນປະຕິວັດລາວ.

ຂ່າວ: ກົມປະຊາສຳພັນ