ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ ລາວ ປະຈຳ ຫວຽດນາມ ໄດ້ຫວນຄືນໄລຍະທາງ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້ ແລະເຕີບໃຫຍ່ຂອງກອງທັບປະຊາຊົນລາວ. ທ່ານໃຫ້ຮູ້ວ່າ, ໃນໄລຍະ 70 ປີຜ່ານມາ, ກອງທັບປະຊາຊົນລາວ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ. ທ່ານຍັງຢືນຢັນວ່າ, ຖ້າວ່າບໍ່ໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດໃນພາກພື້ນ ແລະສາກົນ, ພິເສດແມ່ນຂອງກອງທັບປະຊາຊົນຫວຽດນາມ, ກອງທັບປະຊາຊົນລາວ ຈະບໍ່ສາມາດປະຕິບັດສໍາເລັດພາລະກິດການປະຕິວັດ ແລະຍາດໄດ້ໄຊຊະນະຫຼາຍຢ່າງຄືໃນປະຈຸບັນ. ພ້ອມທັງເນັ້ນໜັກວ່າ, ກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ມີສາຍພົວພັນແບບພິເສດ, ທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ວ່າໃນປະຈຸບັນສາຍພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການພັດທະນະຢ່າງບໍ່ຢຸດຢັ້ງທັງລວງເລິກ ແລະລວງກວ້າງ.

leftcenterrightdel
ບັນດາຜູ້ແທນທີ່ງານລ້ຽງ. ພາບ: dangcongsan.vn.

ສ່ວນທ່ານ ຟານວັນຢາງ ກໍເນັ້ນໜັກວ່າ, ໂດຍແມ່ນບັນດາເພື່ອນສະຫາຍທີ່ເຄີຍຄຽງບ່າຄຽງໄຫຼ່ນໍາກັນ, ກອງທັບປະຊາຊົນຫວຽດນາມ ມີຄວາມເບີກບານມ່ວນຊື່ນຕໍ່ບັນດາໄຊຊະນະອັນໃຫຍ່ຫຼວງໃນໄລຍະທາງແຫ່ງການກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ອ້າຍນ້ອງ. ຈາກໄລຍະທາງທີ່ມີກຽດສະຫງ່າໃນຕະຫຼອດ 70 ປີຜ່ານມາ, ທ່ານພົນໂທ ຟານວັນຢາງ ສະແດງຄວາມເຊື່ອໝັ້ນຢ່າງແນ່ນອນວ່າ, ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ມີກຽດສະຫງ່າຂອງຊາດ, ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດລ້ານຊ້າງທີ່ສວຍງາມ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ