ຢູ່ທີ່ບັນດາກົມກອງ, ຕາງໜ້າພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ທ່ານຮ້ອຍເອກພິເສດ ຫງວຽນວັນແອງ, ຮອງຫົວໜ້າການເມືອງໄດ້ຝາກຄໍາອວຍພອນມາຍັງພະນັກງານ, ນັກຮົບບັນດາກົມກອງ; ພ້ອມທັງໃຫ້ຮູ້ວ່າພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາວບາວ ຈະປະຕິບັດວຽກງານສົມທົບຢ່າງມີປະສິດທິຜົນເພື່ອພ້ອມກັບບັນດາກົມກອງເພື່ອນມິດປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນທີ່ຮັບຜິດຊອບ ໃຫ້ໝັ້ນຄົງ ແລະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນສອງຝ່າຍໄປມາຫາສູ່ກັນ, ທຳມາຫາກິນ, ດຳເນີນທຸລະກິດ…

leftcenterrightdel
ຮ້ອຍເອກພິເສດ ຫງວຽນວັນແອງ, ຮອງຫົວໜ້າການເມືອງ, ຄ້າຍທະຫານຊາຍແດນດ່ານສາກົນ ລາວບາວ ມອບດອກໄມ້ອວຍພອນກອງບັນຊາການທະຫານເມືອງ ເຊໂປນ. ພາບ: ແທ່ງຝູ໋.

ຕາງໜ້າຜູ້ບັນຊາການບັນດາກົມກອງເພື່ອນມິດໄດ້ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາວບາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອ, ໜູນຊ່ວຍຂອງຄ້າຍທະຫານຊາຍແດນດ່ານສາກົນລາວບາວ ແລະໃຫ້ຮູ້ວ່າໃນໄລຍະຈະມາເຖິງຈະສືບຕໍ່ເສີມຂະຫຍາຍວຽກງານແຮກສ່ຽວລະຫວ່າງສອງກົມກອງ: ຄ້າຍທະຫານຊາຍແດນດ່ານສາກົນລາວບາວ ແລະກອງຮ້ອຍທະຫານຊາຍແດນ 321 ຢ່າງມີປະສິດທິຜົນບົນຈິດໃຈສາມັກຄີ, ມິດຕະພາບ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ຫງວຽນຈາງ