ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານພິທີ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກ່າວປາໄສທີ່ພິທີສະເຫຼີມສະຫຼອງ. ພາບ: ຈ້ອງຫາຍ.

ກ່າວປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານພົນໂທ ຟານວັນຢາງ ໄດ້ຫວນຄືນປະຫວັດສາດ, ມູນເຊື້ອ 70 ປີແຫ່ງວັນກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ; ປະຫວັດສາດ, ມູນເຊື້ອການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບຫວຽດນາມ-ລາວ.

ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ໃນຕະຫຼອດ 70 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ໄດ້ຄຽງບ່າຄຽງໄຫຼ່ກັນ, ຮັກສາ ແລະເພີ່ມທະວີນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນບໍລິສຸດຜຸດຜ່ອງ, ຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບເຊິ່ງກັນ ແລະກັນຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ກ່າວປາໄສທີ່ພິທີສະເຫຼີມສະຫຼອງ. ພາບ: ຈ້ອງຫາຍ.

ສະແດງຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງຢູ່ຮ່າໂນ້ຍ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຢັ້ງຢືນວ່າ ເຫດການນີ້ສະແດງໃຫ້ເຫັນອາລົມຈິດ ແລະສາຍພົວພັນສະໜິດສະໜົມ, ຄວາມສະໜິດຕິດພັນ, ມູນເຊື້ອອັນດີງາມຂອງນ້ຳໃຈສາມັກຄີແບບພິເສດ ເຊິ່ງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ສະຫງວນໃຫ້ກອງທັບ ແລະປະຊາຊົນລາວ.

leftcenterrightdel
ລາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ. ພາບ: ຈ້ອງຫາຍ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະບັນດາຜູ້ແທນເຂົ້າຮ່ວມທີ່ພິທີສະເຫຼີມສະຫຼອງ. ພາບ: ຈ້ອງຫາຍ.

ພິທີສະເຫຼີມສະຫຼອງແມ່ນການເຄື່ອນໄຫວຢ່າງແທດຈິງ ແລະມີຄວາມໝາຍທີ່ນອນໃນບັນດາການເຄື່ອນໄຫວຂອງກອງທັບປະຊາຊົນຫວຽດນາມ ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການສະແດງໃຫ້ເຫັນອາລົມຈິດມິດຕະພາບ, ສາຍພົວພັນມິດຕະພາບລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ, ພ້ອມທັງປະກອບສ່ວນໂຄສະນາເຜີຍແຜ່, ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນລາວ ຜ່ານ 70 ປີ ແຫ່ງການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ; ນ້້ຳໃຈສາມັກຄີຕໍ່ສູ້ລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງທັງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ; ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ແສງເດືອນ