ເປັນກຽດເຂົ້າຮ່ວມຂອງທ່ານພົນຈັດຕະວາ ຄໍາພາ ສີພອນໄຊ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ມີທ່ານພົນຈັດຕະວາ ອິ່ນແກ້ວ ມະນີຈັນ ກໍາມະການພັກແຂວງ ເລຂາພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະນໍາກອງພົນທີ 3, ( ອ່ານຕໍ່ໜ້າ 7 ) ພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການທະຫານ-ປກສ ແຂວງ, ນ້ອງນ້ອຍເຍົາວະຊົນ, ນັກຮຽນ-ນັກສຶກສາຕະຫຼອດຮອດມວນຊົນຊາວແຂວງຫຼວງນໍ້າທາ ເຂົ້າຮ່ວມຈຳນວນຫຼວງຫຼາຍ ທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆຫຼວງນໍ້າທາ ກໍ່ໄດ້ຂຶ້ນປາໄສເພື່ອທົບທວນຫວນຄືນເຖິງປະຫວັດມູນເຊື້ອ, ຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ຢູ່ເຂດຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນ. ນັບແຕ່ນັ້ນມາກອງທັບເຮົາໄດ້ເຄື່ອນໄຫວໂຄສະນາຂົນຂວາຍປະຊາຊົນບັນດາເຜົ່າເຂົ້າຮ່ວມການປະຕິວັດລາວ, ທັງປັບປຸງກໍ່ສ້າງກຳລັງທັງຕໍ່ສູ້ຕ້ານອິດທິກຳລັງປໍລະປັກຈັກກະພັດຕ່າງດ້າວທັງເກົ່າ ແລະໃໝ່ຢ່າງອົງອາດກ້າຫານຈົນສາມາດຍາດເອົາໄຊຊະນະອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະສະຖາປະນາຂຶ້ນເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາກອງທັບເຮົາ ກໍ່ໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ທັງປັບປຸງກໍ່ສ້າງກຳລັງທັງເຝິກແອບຮໍ່າຮຽນການເມືອງ, ການ ທະຫານ, ວິຊາສະເພາະເຕັກນິກ, ທັງເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ປັບປຸງສະຖານທີ່ຄ້າຍຄູ, ສ້າງເສດຖະກິດເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ມີຄວາມກ້າວໜ້າໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ, ພາຍຫຼັງສໍາເລັດການປາໄສ ກໍ໋ໄດ້ມີການປະດັບຫຼຽນໄຊພິລາດອາດຫານ ແລະຫຼຽນໄຊແຮງງານໃຫ້ກົມກອງລວມໝູ່, ບຸກຄົນ ແລະບັນດາບໍລິລັດ, ລັດ ວິສາຫະກິດ ທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ຈາກນັ້ນກໍ່ໄດ້ຮັບຊົມການເດີນ ຂະບວນສວນສະໜາມຂອງກ້ອນກໍາລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ ແລະ ການສະແດງຂອງເຫຼົ່າຮົບສືບຂ່າວ- ຕີພິເສດທະຫານແຂວງ, ການແຂ່ງຂັນກີລາບານເຕະ ແລະໃນຕອນຄໍ່າກໍ່ໄດ້ມີການສະແດງສິລະປະ-ວັນນະຄະດີ ແລະຈູດບັ້ງ ໄຟດອກ ເພື່ອສະເຫຼີມສະຫຼອງ ວັນສ້າງສ້າງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ເຊິ່ງເຕັມໄປ ດ້ວຍຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນຟົດຟື້ນກວ້າງຂວາງ. ຂ່າວຈາກແຂວງຫຼວງນໍ້າທາ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດແຂວງຫຼວງນໍ້າທາ ໄດ້ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບປະຕິວັດຜູ້ເສຍສະຫຼະຊີວິດເລືອດເນື້ອເຂົ້າໃນຂະບວນການຕໍ່ສູ້ກູ້ຊາດຍາດເອົາເອກະລາດອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດນັ້ນ. ໃນວັນທີ 15 ມັງກອນ 2019 ນີ້, ການນຳຂອງແຂວງ ແລະສອງກອງບັນຊາການທະຫານ-ປກສ ແຂວງ ນໍາໂດຍທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຫຼວງນໍ້າທາ ແລະທ່ານພົນຈັດຕະວາ ຄໍາພາ ສີພອນໄຊ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ ເຕັກນິກ ຕາງໜ້າຄະນະນຳກະ ຊວງປ້ອງກັນປະເທດໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າອະນຸສາວະລີຮູບຫຼໍ່ປະທານ ໄກສອນ ພົມວິຫານ ແລະວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມຂອງແຂວງ.

ໂດຍ: ສົມສະນຸກ