ທ່ານພັນໂທ ເລຫງອກເຊີນ - ນາຍທະຫານເປັນເສນາທິການກ່ຽວກັບການສູ້ຮົບ, ເຮັດວຽກກັບກອງພັນທະຫານບົກ Rwanda. ພາບ: ເຟືອງມາຍ.
ທ່ານພັນຕີ ດີງດຶ໊ກລອງ - ນາຍທະຫານເປັນເສນາທິການກ່ຽວກັບການຝຶກແອບບົນເສັ້ນທາງໄປຍັງກົມກອງບັງກະລາເທດ ເພື່ອຜັນຂະຫຍາຍແຜນການຝຶກແອບ. ພາບ: ເຟືອງມາຍ.
ຮ້ອຍເອກພິເສດ ໂຮ່ຕ໊ຽນຮືງ - ນາຍທະຫານເປັນເສນາທິການກ່ຽວກັບອຸປະກອນ, ກວດກາກົມກອງຊ່າງແສງກໍາປູເຈຍ. ພາບ: ເຟືອງມາຍ.
ທ່ານ Parfait Onanga-Anyanga - ທູດພິເສດຂອງສະຫະປະຊາຊາດ, ຫົວໜ້າຄະນະປະຕິບັດງານ MINUSCA ປະດັບຫຼຽນກາ “ເພື່ອພາລະກິດຮັກສາສັນຕິພາບສະຫະປະຊາຊາດ” ໃຫ້ທ່ານພັນຕີ ເຈິ່ນດຶ໊ກເຮື້ອງ ນາຍທະຫານເປັນເສນາທິການກ່ຽວກັບການຝຶກແອບ. ພາບ: ເຟືອງມາຍ.
ເພື່ອນມິດສາກົນປະທັບໃຈຕໍ່ການຮັບປະກັນພະລາທິການຢູ່ກັບທີ່ຂອງທະຫານຫວຽດນາມໃນເງື່ອນໄຂອາກາດຮ້າຍແຮງ, ແດດຮ້ອນແກ່ຍາວ. ພາບ: ເຟືອງມາຍ.
ທ່ານພັນໂທ ເລຫງອກເຊີນ ແນະນໍາພໍ່ແມ່ປະຊາຊົນປູກຜັກ. ພາບ: ເຟືອງມາຍ.
ນາຍທະຫານຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສະຖາປະນາປະເທດຫວຽດນາມ ຢູ່ຄະນະປະຕິບັດງານ MINUSCA ເພື່ອແນະນໍາປະຫວັດສາດຂອງປະເທດກັບເພື່ອນຮ່ວມອາຊີບສາກົນ. ພາບ: ເຟືອງມາຍ.
ມອບປື້ມກ່ຽວກັບບັ້ນຮົບດ້ຽນບຽນຝູໃຫ້ທ່ານພົນຈັດຕະວາ Traore Daniel Sidiki, ຮອງຜູ້ບັນຊາການທະຫານຄະນະປະຕິບັດງານ MINUSCA. ພາບ: ເຟືອງມາຍ.
ຕາມທ່ານພັນໂທ ເລຫງອກເຊີນ “ສອນໜັງສືກໍ່ແມ່ນການຮັກສາສັນຕິພາບ”. ພາບ: ເຟືອງມາຍ.
ສໍາລັບເດັກນ້ອຍ, ທະຫານຫວຽດນາມ ປຽບເໝືອນຍາດຕິພີ່ນ້ອງໃນຄອບຄົວ. ພາບ: ເຟືອງມາຍ.
ນາຍທະຫານຫວຽດນາມ ໄດ້ຮັບການຕ້ອນຮັບຈາກພໍ່ແມ່ປະຊາຊົນນັບທັງໄປຕະຫຼາດ. ພາບ: ເຟືອງມາຍ.
ກປ.ອອນໄລ - ແຕ່ປີ 2015 ມາຮອດປະຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ 21 ເທື່ອຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ສ.ອາຟະລິກາກາງ. ເຂົາເຈົ້າໄດ້ປະຕິບັດສຳເລັດໜ້າທີ່ຢ່າງຈົບງາມ, ໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ ແລະເພື່ອນມິດສາກົນ ແລະສ້າງເປັນບັນດາຮູບພາບທີ່ສວຍງາມກ່ຽວກັບ “ທະຫານລຸງໂຮ່” ຢູ່ໃນໃຈປະຊາຊົນອາຟະລິກາກາງ.
ອາຟະລິກາກາງ ແມ່ນໜຶ່ງໃນບັນດາປະເທດທຸກຍາກອຶດຫິວ, ຫຼ້າຫຼັງ ແລະມີອັດຕາເດັກນ້ອຍບໍ່ໄດ້ຮ່ຳຮຽນສູງທີ່ສຸດໃນໂລກ. ຕາມສະຖິຕິຂອງສະຫະປະຊາຊາດ, ການໃຊ້ຄວາມຮຸນແຮງຢູ່ປະເທດທີ່ມີພົນລະເມືອງ 5 ລ້ານຄົນນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5.000 ຄົນ ແລະ 190.000 ຄົນຕ້ອງລີ້ໄພຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບທະຫານລຸງໂຮ່ຢູ່ ສ.ອາຟະລິກາກາງ.
ໂດຍ: ເຈິ່ນຮວ່ຽນ
Type the code from the image