ສວນສາທາລະນະທ່ານພົນເອກ ຫວໍ້ງວຽນຢາບ ແມ່ນເຂດລະຫຼິ້ນ, ດໍາເນີນຊີວິດຂອງພະນັກງານ, ນັກຮົບ ແລະບັນດາກໍາລັງທີ່ປະຕິບັດໜ້າທີ່ຢູ່ເກາະ. ພາບ: qdnd.vn.
ດ້ວຍບັນດາຝ່າມືທີ່ດຸໝັ່ນຂະຫຍັນພຽນຂອງພະນັກງານ, ນັກຮົບ ຂອບເຂດຂອງເກາະລ້ວນແຕ່ມີຄວາມສະອາດ, ສວຍງາມດີ. ພາບ: qdnd.vn.
ຂອບເຂດຂອງເກາະ ກໍ່ແມ່ນບ່ອນເພື່ອໃຫ້ນັກຮົບຢູ່ເກາະພົບປະແລກປ່ຽນສິລະປະ… ພາບ: qdnd.vn.
…ໄດ້ຊ່ວຍໃຫ້ພະນັກງານ, ນັກຮົບ ແລະບັນດາຄະນະປະຕິບັດງານທີ່ມາເຮັດວຽກຢູ່ເກາະມີບ່ອນພັກຜ່ອນ ແລະລະຫຼິ້ນ. ພາບ: qdnd.vn
ບັນດາໜານດອກໄມ້, ຕົ້ນໄມ້ປະດັບ, ຕົ້ນໄມ້ຂຽວຢູ່ເກາະໄດ້ປູກຕື່ມ ແລະໄດ້ຮັບການບົວລະບັດຮັກສາ, ຕັດຮອນຢ່າງລະອຽດທີ່ສຸດ. ພາບ: qdnd.vn.
ກປ.ອອນໄລ - ເຊີນກາ ແມ່ນໜຶ່ງໃນບັນດາເກາະໃຫຍ່ຂຶ້ນກັບໝູ່ເກາະເຈື່ອງຊາ, ແຂວງແຄ໊ງຮວ່າ. ໄປພ້ອມກັບການເວລາ ແລະບັນດາຝ່າມືທີ່ດຸໝັ່ນຂະຫຍັນພຽນ, ຄ່ອງແຄ່ວຂອງພະນັກງານ, ນັກຮົບນັ້ນໄດ້ເຮັດໃຫ້ສະຖານທີ່ນີ້ເປັນສີຂຽວ, ສະອາດຄືດັ່ງສວນສາທາລະນະຢູ່ທ່າມກາງທະເລທີ່ກວ້າງໃຫຍ່ໄພສານ.
ທົ່ວທັງເກາະແມ່ນມີສີຂຽວອຸ່ມທຸ່ມ, ຢູ່ກ້ອງຮົ່ມຕົ້ນໄມ້ຂຽວແມ່ນບ່ອນລະຫຼິ້ນຂະໜາດນ້ອຍ, ເປັນຕາເບິ່ງພ້ອມກັບບັນດາໜານດອກໄມ້, ຕົ້ນໄມ້ປະດັບມີຫຼາຍຮູບຫຼາຍແບບພໍສົມຄວນ.
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ (ວັນທີ 5 ມິຖຸນາ), ໜັງສືພິມກອງທັບປະຊາຊົນອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບທີ່ມີສີຂຽວ, ສະອາດ, ສວຍງາມຈໍານວນໜຶ່ງເຊິ່ງພະນັກງານ, ນັກຮົບຢູ່ເກາະເຊີນກາໄດ້ຕັ້ງໜ້າກໍ່ສ້າງ, ບົວລະບັດ ແລະປົກປັກຮັກສາສິ່ງແວດລ້ອມໃນໄລຍະຜ່ານມາ.
ໂດຍ: ຈາງຫງວຽນ
Type the code from the image