ຕາມນັ້ນແລ້ວ, ກອງປະຊຸມສໍາມະນາ ຈະມີຫົວຂໍ້: “ໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ-ຄຸນຄ່າປະຫວັດສາດ ແລະຄວາມເປັນຈິງ”. ກອງປະຊຸມສໍາມະນາວິທະຍາສາດຈະສຸມໃສ່ໄຈ້ແຍກ, ເຮັດແຈ້ງສະພາບການ, ຂັ້ນຕອນການກະກຽມຜັນຂະຫຍາຍ, ກໍາລັງເຂົ້າຮ່ວມ, ບັນດາປັດໄຈປະກອບສ່ວນສ້າງເປັນໄຊຊະນະຂອງບັ້ນຮົບ; ໝາກຜົນ, ຜົນກະທົບຂອງໄຊຊະນະທາງເລກ 9-ພາກໃຕ້ຂອງລາວ ຕໍ່ກິດຈະການສ້າງສາ, ປົກປັກຮັກສາປະເທດຊາດ ແລະຄວາມສາມັກຄີສາກົນໃນປະຈຸບັນ. ກອງປະຊຸມສໍາມະນາໄດ້ກະກຽມຢ່າງລະອຽດດ້ວຍກວ່າ 80 ບົດປະກອບຄວາມເຫັນຂອງບັນດານັກວິທະຍາສາດພາຍໃນ ແລະນອກກອງທັບ ເຊິ່ງຄາດຄະເນວ່າຈະດໍາເນີນໃນວັນທີ 19 ມີນາ 2021 ຢູ່ນະຄອນດົງຮ່າ (ແຂວງກວ໋າງຈິ).

leftcenterrightdel
ທ່ານພົນຈັດຕະວາ ຮ່າທໍ້ບິ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຂດ 4 ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຊວນຢ້ຽນ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເພີ່ມເຕີມບາງເນື້ອໃນກ່ຽວກັບເວລາປະຕິບັດ, ການລະດົມກໍາລັງຄົ້ນຄວ້າ, ການຕີລາຄາປະເມີນເອກະສານທີ່ກ່ຽວຂ້ອງເຖິງເນື້ອໃນກອງປະຊຸມສໍາມະນາ.

ກອງປະຊຸມສໍາມະນາດັ່ງກ່າວ ຈະເຮັດແຈ້ງຄຸນຄ່າປະຫວັດສາດ, ຢັ້ງຢືນ ແລະເຮັດແຈ້ງບົດບາດຂອງໄຊຊະນະທາງເລກ 9-ພາກໃຕ້ຂອງລາວ ສໍາລັບກອງທັບປະຊາຊົນຫວຽດນາມ ແລະໃນການຊຸກຍູ້ການຕໍ່ສູ້ຕ້ານຈັກກະພັດອາເມລິກາ ກູ້ຊາດຂອງຊົນຊາດຫວຽດນາມ ແລະສອງປະເທດລາວ, ກໍາປູເຈຍ ໄປເຖິງໄຊຊະນະ. ຜ່ານນັ້ນ, ຖອດຖອນບົດຮຽນປະຫວັດສາດ, ໝູນໃຊ້ເຂົ້າໃນການພັດທະນາທິດສະດີການທະຫານຫວຽດນາມ ທັນສະໄໝ, ກໍ່ສ້າງນາຍ ແລະພົນທະຫານ ແລະຄົ້ນຄວ້າປະຫວັດສາດການທະຫານ; ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ ແລະປະກອບສ່ວນສຶກສາອົບຮົມມູນເຊື້ອໃຫ້ຄົນຮຸ່ນໜຸ່ມ.

ໂດຍ: ເຈິ່ນຮວ່ຽນ