ທີມເຄມີສາດ ຮັກສາອັນດັບທີ 3

ຕອນເຊົ້າວັນທີ 10 ສິງຫາ, ທີ່ສະໜາມຍິງປືນຂອງຖານທັບຝຶກແອບ Korla, ທີມເຄມີສາດກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນໃນລາຍການ “ຍິງປືນ” ພ້ອມກັບບັນດາທີມທີ່ມາຈາກລັດເຊຍ, ອີຢິບ, Armenia ແລະປະເທດເຈົ້າພາບຈີນ. ນີ້ແມ່ນພາກສ່ວນການແຂ່ງຂັນທີ 2 ຂອງລາຍການຈຸລົດນັກສືບສອດແນມປະຕິບັດໜ້າທີ່ “ສະພາບແວດລ້ອມທີ່ປອດໄພ” ໃນຂອບເຂດ Army Games 2019.

leftcenterrightdel
ພັນເອກພິເສດ ໂງວັນດິ້ງ,  ຮອງຫົວໜ້າຫ້ອງເສນາທິການເຫຼົ່າຮົບເຄມີ, ຫົວໜ້າທີມ ກໍາລັງຊີ້ນໍາ ແລະແນະນໍາບັນດານັກກິລາຝຶກແອບຍິງປືນ. ພາບ: qdnd.vn

ໃນພາກສ່ວນການແຂ່ງຂັນປະເພດ “ຍິງປືນ”  2 ຈຸລົດຂອງແຕ່ລະທີມຜັດປ່ຽນກັນຍິງປືນຕາມລໍາດັບທີ່ໄດ້ຈົກສະຫຼາກຈາກຄະນະກໍາມະການ. ຕາມນັ້ນແລ້ວ, 2 ຈຸລົດຂອງທີມເຄມີສາດຫວຽດນາມ ຈະໄດ້ຍິງໃນລຳດັບທີ 4 ແລະທີ 6 ໃນຈໍານວນ 10 ລຳດັບ. ຕາມກົດລະບຽບຂອງງານແຂ່ງຂັນ, ລາຍການຍິງປືນຈະໄດ້ປະຕິບັດດ້ວຍນັກກິລາ 3 ຄົນຂອງແຕ່ລະຈຸລົດ, ນັກກິລາແຕ່ລະຄົນຕ້ອງດັບສູນ 3 ເປົ້າໝາຍຢູ່ໄລຍະຍິງແຕ່ 100 ແມັດຫາ 350 ແມັດຕາມລໍາດັບ, ຫຼັງຈາກນັ້ນປະຕິບັດຈັງຫວະຖີ້ມໝາກແຕກໄປໃສ່ເປົ້າໝາຍດ້ວຍໄລຍະຫ່າງແມ່ນ 30 ແມັດ, ລັດສະໝີ 3 ແມັດ.

ດ້ວຍຈິດໃຈ ແລະເຈດຈໍານົງຕັດສິນໃຈສູງ, ພາຍຫຼັງລາຍການແຂ່ງຂັນ “ຍິງປືນ”, ທີມເຄມີສາດຫວຽດນາມສືບຕໍ່ຢືນຢູ່ອັນດັບທີ 3 ໃນຕາຕະລາງ, ຖັດຈາກປະເທດເຈົ້າພາບ ຈີນ ແລະລັດເຊຍ. ພິເສດ, ຮ້ອຍຕີ ຫວູວັນຮຸ່ງ ໄດ້ສັບຊ້ອນຍິງຢູ່ໃນລຳດັບທີ 2 ເຊິ່ງໄດ້ “ດັບສູນ” ບັນດາເປົ້າໝາຍຢ່າງຍອດຢ້ຽມດ້ວຍເວລາໄວທີ່ສຸດ. ສະນັ້ນ, ພວກເຮົາຫວັງວ່າຈະຍາດໄດ້ລາງວັນສ່ວນບຸກຄົນໃຫ້ແກ່ “ນັກຍິງປືນຍອດຢ້ຽມທີ່ສຸດ” ມາໃຫ້ທີມເຄມີສາດຫວຽດນາມ.

ວັນທີ 12 ສິງຫາ, ທີມເຄມີສາດຫວຽດນາມຈະເຂົ້າຮ່ວມລາຍການແຂ່ງຂັນ “ຕໍ່ກໍາລັງແຮງ”. ນີ້ກໍແມ່ນພາກສ່ວນການແຂ່ງຂັນສຸດທ້າຍຂອງລາຍການຈຸລົດນັກສືບສອດແນມ ປະຕິບັດໜ້າທີ່ “ສະພາບແວດລ້ອມປອດໄພ”.

ໂດຍ: ກວຽດເຕິມ