ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ໂງຊວນລິກ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າ, ເຂົ້າຮ່ວມກອງປະຊຸມ.

ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງທີ 7 ນີ້ແມ່ນສຸມໃສ່ບັນດາບັນຫາຄວາມໝັ້ນຄົງທົ່ວໂລກ ແລະພາກພື້ນ, ບັນຫາຕ້ານການກໍ່ການຮ້າຍ, ນິວເຄຼຍ, ບັນຫາຄວາມໝັ້ນຄົງຢູ່ເອີລົບ, ຕາເວັນອອກກາງ, ສະພາບການຢູ່ພາກພື້ນອາຊີ-ປາຊີຟິກ ແລະບົດບາດຂອງບັນດາກົນໄກຮ່ວມມືຫຼາຍຝ່າຍໃນການແກ້ໄຂບັນດາສິ່ງທ້າທາຍ...

leftcenterrightdel
ບັນຍາກາດທີ່ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7. ພາບ: ທູຈາງ.

ຈາກນັ້ນ, ທ່ານພົນເອກ Sergei Shoigu ລັດຖະມົນຕີປ້ອງກັນປະເທດລັດເຊຍ ກ່າວສູນທອນພົດໄຂກອງປະຊຸມ, ໃນນັ້ນທົບທວນຄືນບັນດາບັນຫາກໍາລັງໄດ້ຮັບຄວາມສົນໃຈຈາກຫາງສຽງໃນການພົວພັນລັດເຊຍ-ນາໂຕ, ລັດເຊຍກັບບັນດາປະເທດພາຍໃນ ແລະນອກພາກພື້ນ, ພິເສດແມ່ນການພົວພັນລະຫວ່າງລັດເຊຍ ກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອໃນພາກພື້ນອາຊີ-ປາຊີຟິກ. 

leftcenterrightdel
ໄຂກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7. ພາບ: ທູຈາງ.

ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7 ດໍາເນີນໃນລະຫວ່າງວັນທີ 4-5 ເມສາ ມີ 5 ວາລະປະຊຸມຄົບຄະນະດ້ວຍບັນດາຫົວຂໍ້: ຜາບແພ້ IS ຢູ່ ຊີຣີ: ໝາກຜົນ ແລະແງ່ຫວັງສຳລັບສັນຕິພາບຢູ່ພາກພື້ນ; ຄວາມໝັ້ນຄົງທົ່ວໂລກໃນໂລກຫຼາຍຂົ້ວ; ຄວາມໝັ້ນຄົງຂອງເອີລົບ: ການຮ່ວມມື ຫຼື ຕໍ່ຕ້ານ; ອາຊີ: ບັນດາແງ່ມູມຄວາມໝັ້ນຄົງໃນພາກພື້ນ; ການຮັບມືລະອຽດຂອງບັນດາອົງການປ້ອງກັນຊາດໃນພາກພື້ນຕໍ່ໜ້າໄພພິບັດ ແລະສິ່ງທ້າທາຍແຫ່ງຊາດ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມທຸກວາລະປະຊຸມຂອງກອງປະຊຸມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 7. ພາບ: ທູຈາງ.

ຄາດວ່າ, ມື້ນີ້ (ວັນທີ 5 ເມສາ), ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະມີບົດປະກອບຄໍາເຫັນສໍາຄັນຢູ່ວາລະປະຊຸມຄົບຄະນະທີ 4 ດ້ວຍຫົວຂໍ້: “ອາຊີ: ບັນດາແງ່ມູມຄວາມໝັ້ນຄົງຢູ່ພາກພື້ນ”, ຍົກອອກບັນດາສິ່ງທ້າທາຍ ແລະໄພນາບຂູ່ກໍາລັງເກີດຂຶ້ນຢູ່ອາຊີ-ປາຊີຟິກ ພ້ອມກັບບັນດາມາດຕະການເພື່ອຮັບມືກັບສະພາບການນັ້ນ.

ແປໂດຍ: ຮວ່າງເຈື່ອງ