ການເຂົ້າຮ່ວມກອງປະຊຸມຂອງທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢືນຢັນເຖິງບົດບາດຕັ້ງໜ້າ, ເປັນເຈົ້າການ ແລະຄວາມຮັບຜິດຊອບສູງຂອງຫວຽດນາມ ກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ; ສະແດງທັດສະນະຂອງຫວຽດນາມກ່ຽວກັບບັນຫາຄວາມໝັ້ນຄົງ ແລະພັດທະນາ ເຊິ່ງໂລກ, ພາກພື້ນຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ. ພາບ: Mod.gov.vn.

ຄາດຄະເນ, ຢູ່ນອກກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະມີການພົບປະກັບທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ.  ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ປຶກສາຫາລື, ແລກປ່ຽນ, ຍົກອອກບັນດາເນື້ອໃນ, ມາດຕະການໃໝ່ແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍກວ່າອີກ, ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບລະຫວ່າງກອງທັບສອງປະເທດເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນ ລັດເຊຍ.

 

ແປໂດຍ: ຮຸຍດົງ