    |
 |
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ວັນທີ 28 ກໍລະກົດ 2025, ຫວຽດນາມ ຈະສະເຫຼີມສະຫຼອງຂີດໝາຍສໍາຄັນ 30 ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ. ທ່ານນາງເອກອັກຄະລັດຖະທູດ ມີຂໍ້ສັງເກດຄືແນວໃດກ່ຽວກັບບົດບາດຂອງຫວຽດນາມ ພາຍຫຼັງ 30 ປີທີ່ເຂົ້າຮ່ວມຊາຍລວມຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້?
ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 28 ກໍລະກົດ 1995. ພາຍຫຼັງ 30 ປີ, ຫວຽດນາມ ໄດ້ ແລະພວມສວມບົດບາດນັບມື້ນັບສໍາຄັນຕໍ່ກັບວິວັດທະນາການພັດທະນາຂອງປະຊາຄົມ. ຫວຽດນາມ ໄດ້ຢັ້ງຢືນບົດບາດແມ່ນປະເທດທີ່ຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ ແລະແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນອາຊຽນ. ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມເຊື່ອມໂຍງເຂົ້າກັບພາກພື້ນຢ່າງເລິກເຊິ່ງກວ້າງຂວາງເທົ່ານັ້ນ ຫາກຍັງຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການກໍ່ສ້າງປະຊາຄົມອາຊຽນ ສະມັກຄີ, ໝັ້ນຄົງເຂັ້ມແຂງ ແລະພັດທະນາແບບຍືນຍົງ ອີກດ້ວຍ.
ຫວຽດນາມ ຍາມໃດກໍ່ຮັກສາຫຼັກໝັ້ນ ແລະຫຼັກການລວມຂອງອາຊຽນ, ພ້ອມທັງເສີມຂະຫຍາຍບົດບາດເປັນກາງໃນຫຼາຍບັນຫາສັບສົນຂອງພາກພື້ນທີ່ກ່ຽວຂ້ອງເຖິງ 3 ເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ. ໃນວິວັດການເຂົ້າຮ່ວມ, ຫວຽດນາມ ໄດ້ຈັດຕັ້ງຫຼາຍກອງປະຊຸມສຸດຍອດອາຊຽນ ປະສົບຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງວິໄສທັດປະຊາຄົມອາຊຽນ 2025 ແລະຊຸກຍູ້ການຮ່ວມມືຕ່າງໆ ຄືກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.
ຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ, ໂດຍສະເພາະແມ່ນໃນການເພີ່ມທະວີຄວາມສາມັກຄີຢູ່ພາຍໃນກຸ່ມ, ຮັດແຄບຊ່ອງຫວ່າງການພັດທະນາ, ຍົກສູງທີ່ຕັ້ງຂອງອາຊຽນ ໃນເວທີສາກົນ. ຫວຽດນາມແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ.
ສະຫຼຸບແລ້ວ, ພາຍຫຼັງ 30 ປີທີ່ເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ຮັບການຢັ້ງຢືນວ່າ ເປັນສະມາຊິກທີ່ຂະຫຍັນຂັນເຄື່ອນ ແລະມີຄວາມຮັບຜິດຊອບສູງໃນອາຊຽນ. ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດທີ່ມີຄວາມຮັບຜິດຊອບລວມໃນອາຊຽນ ເທົ່ານັ້ນ ຫາກຍັງແມ່ນສະມາຊິກທີ່ມີຄວາມໂດດເດັ່ນໃນການຊຸກຍູ້ການພັດທະນາອາຊຽນ, ແມ່ນປະເທດສູ້ຊົນຮ່ວມມືແກ້ໄຂບັນດາບັນຫາພາກພື້ນ ແລະໂລກ ອີກດ້ວຍ.
ຫວຽດນາມ ແລະລາວ ໄດ້ເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະສາກົນ, ພິເສດແມ່ນ ອາຊຽນ. ຮຽນທ່ານນາງເອກອັກຄະລັດຖະທູດ, ຂໍໃຫ້ທ່ານນາງ ຈົ່ງໃຫ້ຮູ້ວ່າ ສອງປະເທດໄດ້ຮ່ວມມືກັນຄືແນວໃດເພື່ອປະກອບສ່ວນພັດທະນາອາຊຽນ ໃຫ້ກາຍເປັນອົງການທີ່ມີບົດບາດເປັນໃຈກາງໃນພາກພື້ນ?
ໃນໄລຍະຜ່ານມາ, ຫວຽດນາມ ແລະລາວ ມີຫຼາຍການເຄື່ອນໄຫວຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນ, ສະແດງໃຫ້ເຫັນການສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດອາຊຽນ. ສອງປະເທດໄດ້ສົມທົບກັນຢ່າງຕັ້ງໜ້າ ເພື່ອສ້າງຫຼັກໝັ້ນລວມຂອງອາຊຽນ, ຮັກສາຄວາມສາມັກຄີ ແລະຄວາມເຫັນດີເຫັນພ້ອມໃນກຸ່ມ, ປະກອບສ່ວນປັບປຸງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ.
ຫວຽດນາມ ແລະລາວ ໄດ້ດຳເນີນການປຶກສາຫາລືສອງຝ່າຍຢ່າງເປັນປະຈຳກ່ອນກອງປະຊຸມສຸດຍອດຂອງອາຊຽນ, ເພື່ອແນໃສ່ແລກປ່ຽນທັດສະນະກ່ຽວກັບບັນຫາສຳຄັນຂອງພາກພື້ນ. ສອງປະເທດກໍ່ຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມເຊື່ອມຕໍ່ອະນຸພາກພື້ນແມ່ນ້ຳຂອງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະຮັດແຄບຊ່ອງຫວ່າງການພັດທະນາຢູ່ພາຍໃນອາຊຽນ, ຈາກນັ້ນ ກໍ່ປະກອບສ່ວນເຂົ້າໃນການພັດທະນາຢ່າງກົມກຽວ ແລະດຸ່ນດ່ຽງໃນທົ່ວກຸ່ມ.
ພິເສດ, ຫວຽດນາມ ແລະລາວ ຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະກັນເມື່ອດຳລົງຕຳແໜ່ງເປັນປະທານອາຊຽນ, ສົມທົບກັນຮັບປະກັນການຈັດຕັ້ງກອງປະຊຸມສຳຄັນຕ່າງໆໃຫ້ປະສົບຜົນສຳເລັດ, ພ້ອມກັນຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີສຽງເວົ້າລວມ ແລະມີຄວາມຮັບຜິດຊອບໃນບັນດາບັນຫາພາກພື້ນ ແລະທົ່ວໂລກ.
ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍພື້ນຖານແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຫວຽດນາມ - ລາວ ຈະສືບຕໍ່ຮ່ວມເດີນທາງ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງອາຊຽນ, ເຮັດໃຫ້ອາຊຽນ ກາຍເປັນອົງການທີ່ມີບົດບາດໃຈກາງໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.
ປີ 2025 ເປັນຂີດໝາຍຫັນປ່ຽນຂອງອາຊຽນ, ສຳເລັດແຜນການສ້າງປະຊາຄົມຄົບຮອບ 10 ປີ ແລະເປີດເສັ້ນທາງພັດທະນາໃໝ່ຕາມວິໄສທັດປະຊາຄົມອາຊຽນ 2045 ແລະຍຸດທະສາດຮ່ວມມືທາງດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະການເຊື່ອມຕໍ່. ຕາມທ່ານນາງ ເອກອັກຄະລັດຖະທູດແລ້ວ, ຫວຽດນາມ ມີທີ່ຕັ້ງ ແລະບົດບາດຄືແນວໃດໃນໄລຍະຫັນປ່ຽນສໍາຄັນນີ້ຂອງອາຊຽນ?
ປີ 2025 ແມ່ນຂີດໝາຍປະຫວັດສາດທີ່ສຳຄັນຂອງອາຊຽນ, ເມື່ອກຸ່ມອາຊຽນ ສຳເລັດການຜັນຂະຫຍາຍແຜນການກໍ່ສ້າງປະຊາຄົມ 10 ປີຢ່າງເປັນທາງການ ແລະເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍວິໄສທັດປະຊາຄົມອາຊຽນ 2045. ໃນໄລຍະແຫ່ງການຫັນປ່ຽນທີ່ເຕັມໄປດ້ວຍຄວາມໝາຍນີ້, ຂ້າພະເຈົ້າ ເຫັນວ່າ ຫວຽດນາມ ສາມາດຮັກສາທີ່ຕັ້ງຍຸດທະສາດ ແລະບົດບາດຊັກນຳໃນຫຼາຍດ້ານການເຄື່ອນໄຫວຂອງອາຊຽນ.
ກ່ອນອື່ນໝົດ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບໃນການເຄື່ອນໄຫວ ແລະຂໍ້ລິເລີ່ມຮ່ວມມືຂອງອາຊຽນ. ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການສ້າງວິໄສທັດປະຊາຄົມອາຊຽນ 2045, ດ້ວຍການກຳນົດທິດມຸ່ງໄປເຖິງປະຊາຄົມສັນຕິພາບ, ສະຖຽນລະພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ ແລະມີການພັດທະນາແບບຍືນຍົງ.
ຫວຽດນາມ ຍັງຮັກສາບົດບາດເປັນຂົວຕໍ່, ຊຸກຍູ້ຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກດ້ວຍກັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຢູ່ພາຍໃນກຸ່ມ, ພິເສດແມ່ນໃນຂົງເຂດຍຸດທະສາດພາຍໃນ 3 ເສົາຄ້ຳຂອງປະຊາຄົມອາຊຽນ ຄື: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ. ຄຽງຂ້າງນັ້ນ, ຫວຽດນາມ ຍັງສະເໜີບັນດາມາດຕະການເພີ່ມທະວີການເຊື່ອມຕໍ່ພາກພື້ນ, ຮັດແຄບຊ່ອງຫວ່າງການພັດທະນາ ແລະຍົກສູງຄວາມສາມາດດ້ານລະບອບລະບຽບການຂອງອາຊຽນ, ບໍ່ປະໃຫ້ໃຜຕົກຢູ່ເບື້ອງຫຼັງ.
ຄຽງຂ້າງນັ້ນ, ຫວຽດນາມ ກໍ່ແມ່ນປະເທດນຳໜ້າໃນການຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ປະກອບສ່ວນເພີ່ມທະວີບົດບາດໃຈກາງຂອງອາຊຽນ ໃນໂຄງສ້າງພາກພື້ນ.
ດ້ວຍການປະກອບສ່ວນທີ່ແທດຈິງ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຮັກສາບົດບາດເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ພ້ອມກັບບັນດາປະເທດສະມາຊິກອາຊຽນ ນຳປະຊາຄົມອາຊຽນໃຫ້ພັດທະນານັບມື້ນັບໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດລວມຂອງປະຊາຊົນໃນພາກພື້ນ.
ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!
ໂດຍ: ໄຊນີດາ