ທີ່ການຕ້ອນຮັບ, ສະຫາຍ ບຸ່ຍແທງເຊີນ ແລະ ສະຫາຍ Gerardo Penalver Portal ໄດ້ເຫັນດີເປັນເອກະສັນສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນສອງຝ່າຍ, ລວມມີເລື່ອງຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ ກູບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເມື່ອເດືອນກັນຍາ 2024 ເປັນລະອຽດ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງສອງປະເທດ, ຜ່ານນັ້ນ, ຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນດ້ານການຄ້າ, ກະສິກຳ, ພະລັງງານ, ເຕັກໂນໂລຊີຊີວະພາບ, ການຢາ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ ໃນປີ 2025 - “ປີມິດຕະພາບຫວຽດນາມ - ກູບາ”; ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະບັນດາເວທີປາໄສຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດກູບາ ຈະເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 8 ລະຫວ່າງສອງກະຊວງການຕ່າງປະເທດ ຫວຽດນາມ ແລະກູບາ.

ໂດຍ: ທະນາພອນ