ສ້າງພະລັງແຮງເພື່ອໃຫ້ສອງປະເທດ ຫວຽດນາມ-ເຊເນການ ເປີດກວ້າງການຮ່ວມມືໃນທຸກຂົງເຂດ
ກປ.ອອນໄລ - ຕອນເຊົ້າວັນທີ 23 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ສໍານັກງານສະພາແຫ່ງຊາດເຊເນການ, ນະຄອນຫຼວງ Dakar, ທ່ານ El Malick Ndiaye ປະທານສະພາແຫ່ງຊາດເຊເນການ ໄດ້ເປັນປະທານພິທີຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສາທາລະນະລັດ ເຊເນການ ຢ່າງເປັນທາງການ.
    |
 |
ທ່ານ El Malick Ndiaye ປະທານສະພາແຫ່ງຊາດເຊເນການ ຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ສາທາລະນະລັດ ເຊເນການ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ |
ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ El Malick Ndiaye. ພາຍຫຼັງການພົບປະວົງແຄບ, ສອງປະທານສະພາແຫ່ງຊາດ ໄດ້ດຳເນີນການພົບປະສອງຝ່າຍ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ El Malick Ndiaye ຢືນຢັນວ່າຈະພ້ອມກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ມານະພະຍາຍາມ, ຕັດສິນໃຈນໍາການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະສອງປະເທດ ພັດທະນາເຂົ້າສູ່ລວງເລິກ, ນັບມື້ນັບມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການຮ່ວມມືໃຕ້-ໃຕ້, ແມ່ນຈຸດສຸມໃນນະໂຍບາຍການພົວພັນຕ່າງປະເທດຂອງ ເຊເນການ ໃນປະຈຸບັນ.
    |
 |
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ປະທານສະພາແຫ່ງຊາດຂອງສອງປະເທດ ໄດ້ດຳເນີນການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານ ເຈິ່ນແທັງເໝິນ ປາດຖະໜາວ່າ ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ເປີດໜ້າການຮ່ວມມືໃໝ່ຜ່ານຊ່ອງທາງລັດຖະສະພາເທົ່ານັ້ນ, ຫາກຍັງສ້າງພະລັງແຮງເພື່ອໃຫ້ສອງປະເທດເປີດກວ້າງການຮ່ວມມືໃນທຸກຂົງເຂດ, ເພື່ອຜົນປະໂຫຍດພັດທະນາ ແລະຄວາມວັດທະນາຖາວອນຂອງສອງຊາດ. ພ້ອມທັງສະເໜີສອງສະພາແຫ່ງຊາດ ສ້າງຕັ້ງກົນໄກແລກປ່ຽນຄະນະຜູ້ແທນໂດຍໄວເພື່ອຮັກສາການພົບປະສົນທະນາເປັນປະຈຳ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານເພື່ອໜູນຊ່ວຍວິສາຫະກິດໃນການກວດກາຄູ່ຮ່ວມມື, ແກ້ໄຂຂໍ້ຂັດແຍ່ງດ້ານການຄ້າ ແລະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໂປ່ງໃສ ແລະຍືນຍົງ...
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ El Malick Ndiaye ປະທານສະພາແຫ່ງຊາດເຊເນການ. ພາບ: qdnd.vn |
ທີ່ການພົບປະ, ສອງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງການຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດສອງປະເທດ ທັງສອງຝ່າຍ ແລະຫຼາຍຝ່າຍ; ເນັ້ນໜັກວ່າ, ການຮ່ວມມືລັດຖະສະພາແມ່ນເສົາຄໍ້າສຳຄັນໃນການພົວພັນສອງຝ່າຍ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະປັບປຸງພື້ນຖານນິຕິກຳໃຫ້ການຮ່ວມມືຮອບດ້ານ. ເພື່ອເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງລະຫວ່າງສອງສະພາແຫ່ງຊາດ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເສີມຂະຫຍາຍບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ, ການຮ່ວມມືຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາໂລກ (IPU), ສະຫະພັນລັດຖະສະພາຝຣັ່ງໂກໂຟນີ (APF); ສືບຕໍ່ແລກປ່ຽນບົດຮຽນດ້ານນິຕິກຳ ແລະຕິດຕາມກວດກາ; ເພີ່ມທະວີການຮ່ວມມືບໍາລຸງກໍ່ສ້າງ ແລະການແລກປ່ຽນຂໍ້ມູນຂ່າວສານ; ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງປະເທດ ໂດຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະລະຫວ່າງບັນດາຂັ້ນ, ກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍສາກົນ.
ພາຍຫຼັງການພົບປະສອງຝ່າຍ, ສອງປະທານສະພາແຫ່ງຊາດ ໄດ້ເປັນສັກຂີພິຍານພິທີປະກາດການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-ເຊເນການ ແລະກຸ່ມສະມາຊິກລັດຖະສະພາມິດຕະພາບ ເຊເນການ-ຫວຽດນາມ, ພ້ອມທັງໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.
ໂດຍ: ເຈິ່ນຮວ່ຽນ