ຫວຽດນາມ - ອີຢູ ຊຸກຍູ້ການພົວພັນທີ່ແທດຈິງ, ດຸ່ນດ່ຽງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ
ກປ.ອອນໄລ - ຫວຽດນາມ ແລະສະຫະພາບເອີລົບ (ອີຢູ) ຕ້ອງເພີ່ມທະວີການຮ່ວມມືກວ່າອີກ ເພື່ອແນໃສ່ຊຸກຍູ້ການພົວພັນທີ່ແທດຈິງ, ດຸ່ນດ່ຽງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກຄືແນວນັ້ນ ທີ່ການຕ້ອນຮັບທ່ານນາງ Paola Pampaloni, ຮອງຫົວໜ້າກົມອາຊີ-ປາຊີຟິກ, ອົງການພົວພັນຕ່າງປະເທດ ອີຢູ (EEAS) ໃນຕອນບ່າຍວັນທີ 22 ກໍລະກົດ, ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 20 - 24 ກໍລະກົດ.
ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ການພົວພັນລະຫວ່າງສອງຝ່າຍໄດ້ ແລະພວມມີບາດກ້າວພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ ພາຍຫຼັງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ສິ່ງທີ່ໜ້າເອົາໃຈໃສ່ແມ່ນພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ປັດຈຸບັນ ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ.
    |
 |
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຕ້ອນຮັບທ່ານນາງ Paola Pampaloni, ຮອງຫົວໜ້າກົມອາຊີ-ປາຊີຟິກ, ອົງການພົວພັນຕ່າງປະເທດ ອີຢູ (EEAS). ພາບ: baoquocte.vn |
ເນັ້ນໜັກວ່າ ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງສັບສົນໃນປັດຈຸບັນ, ທ່ານນາງ ເລທິທູຮັ່ງ ສະເໜີສອງຝ່າຍຕ້ອງເພີ່ມທະວີການຮ່ວມມືກວ່າອີກ ເພື່ອແນໃສ່ຊຸກຍູ້ການພົວພັນທີ່ແທດຈິງ, ດຸ່ນດ່ຽງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຊິ່ງບໍ່ພຽງແຕ່ໃນຂົງເຂດການເມືອງ - ການທູດ, ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກຍັງຕ້ອງໃຫ້ບຸລິມະສິດການຮ່ວມມືໃນຂົງເຂດໃໝ່, ຄື: ວິທະຍາສາດ - ເຕັກໂນໂລຊີ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານທົດແທນ, ບໍາລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ແຮງງານ, ກໍ່ສ້າງວິຊາຊີບ, ພັດທະນາອາຊີບຫາປາແບບຍືນຍົງ...
ແຈ້ງໃຫ້ທ່ານນາງຮອງລັດຖະມົນຕີ ຮັບຊາບກ່ຽວກັບຜົນກອງປະຊຸມອະນຸກຳມະການການເມືອງ ຫວຽດນາມ - ອີຢູ ທີ່ດຳເນີນໃນຕອນເຊົ້າວັນທີ 22 ກໍລະກົດ, ທ່ານນາງ Paola Pampaloni ໃຫ້ຮູ້ວ່າ ສອງຝ່າຍໄດ້ກວດກາຄືນສະພາບການພົວພັນລະຫວ່າງຫວຽດນາມ - ອີຢູ ໃນປັດຈຸບັນ, ອັບເດດສະພາບການຂອງແຕ່ລະຝ່າຍ, ປຶກສາຫາລືລະອຽດຕໍ່ທິດທາງຮ່ວມມືລະຫວ່າງສອງຝ່າຍໃນຕໍ່ໜ້າຢ່າງແທດຈິງ. ຢືນຢັນວ່າ ອີຢູ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະຖາວອນ, ທ່ານນາງ Paola Pampaloni ເຫັນດີເປັນເອກະພາບວ່າ ສອງຝ່າຍຕ້ອງເພີ່ມທະວີການສົມທົບກັນກວ່າອີກ, ໃນນັ້ນມີການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງອົງການພົວພັນຕ່າງປະເທດເອີລົບ ກັບກະຊວງການຕ່າງປະເທດຫວຽດນາມ, ເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ສໍາຄັນໃນໄລຍະຈະມາເຖິງ, ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຍົກລະດັບການພົວພັນຫວຽດນາມ - ອີຢູ ຂຶ້ນສູ່ລະດັບສູງໃໝ່, ຊຸກຍູ້ການຜັນຂະຫຍາຍປະຕິບັດສັນຍາ EVFTA. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍຕໍ່ການຄ້າໂລກໃນປັດຈຸບັນ ແລະບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໂດຍ: ໄຊຊະນະ