leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ ທ່ານນາງ ຫງວຽນທິແທັງງາ  ໄປຮອດນະຄອນຫຼວງ Rabat, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກມາຣົກ ຢ່າງເປັນທາງການ. ພາບ: qdnd.vn
leftcenterrightdel
ທ່ານ Rachid Talbi Alami ປະທານສະພາຕໍ່າມາຣົກ ຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ. ພາບ: qdnd.vn

ຕອນຄ່ຳວັນທີ 24 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ  ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງ Rabat, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ມາຣົກ ຢ່າງເປັນທາງການ ແຕ່ວັນທີ 24 - 27 ກໍລະກົດ ຕາມຄໍາເຊີນຂອງທ່ານ Rachid Talbi Alami ປະທານສະພາຕໍ່າ ແຫ່ງລາຊະອານາຈັກ ມາຣົກ.

ພາຍຫຼັງລົງຈອດຢູ່ສະໜາມບິນ, ທ່ານ ເຈິ່ນແທັງເໝິນ ປະທານສະພາ ແຫ່ງຊາດຫວຽດນາມ ແລະທ່ານ Rachid Talbi Alami ປະທານສະພາຕໍ່າ ມາຣົກ ໄດ້ມີການພົບປະວົງແຄບ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Rachid Talbi Alami ປະທານສະພາຕໍ່າ ມາຣົກ ໄດ້ມີການພົບປະວົງແຄບ. ພາບ: qdnd.vn

ຄາດວ່າ ໃນການຢ້ຽມຢາມຢ່າງເປັນທາງການຄັ້ງນີ້, ທ່ານ ເຈິ່ນແທັງເໝິນ ຈະມີບັນດາການພົບປະກັບການນຳຂັ້ນສູງຂອງມາຣົກ; ພົບປະກັບປະທານສະພາສູງມາຣົກ; ພົບປະສອງຝ່າຍກັບປະທານສະພາຕ່ຳມາຣົກ; ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕ່ຳມາຣົກ; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍກົດໝາຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ຫວຽດນາມ - ມາຣົກ; ຢ້ຽມຢາມ, ພົບປະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ມາຣົກ…

ໂດຍ: ກວຽດເຕິມ