ທີ່ການພົບປະ, ທ່ານປະທານາທິບໍດີ Bassirou Diomaye Faye ໃຫ້ຮູ້ວ່າ, ປີ 2025 ມີຄວາມໝາຍສຳຄັນຍິ່ງສຳລັບເຊເນການ ໃນການຜັນຂະຫຍາຍຍຸດທະສາດວິໄສທັດເຊເນການ 2050. ທ່ານປະທານາທິບໍດີ ເຊເນການ ສະແດງຄວາມປາດຖະໜາຢາກໃຫ້ວິສາຫະກິດຫວຽດນາມ ຕັ້ງໜ້າເຂົ້າຮ່ວມກິດຈະການພັດທະນາເສດຖະກິດຂອງເຊເນການ, ພິເສດແມ່ນໃນຂົງເຂດຫັນເປັນດີຈີຕອນ, ທ່ານປະທານາທິບໍດີ ເຊເນການ ສະເໜີຫວຽດນາມ ພິຈາລະນາເປີດອົງການຜູ້ຕາງໜ້າທາງການທູດ ປະຈໍາ ນະຄອນຫຼວງ Dakar ໂດຍໄວ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານ Bassirou Diomaye Faye ປະທານາທິບໍດີ ເຊເນການ. ພາບ: qdnd.vn

ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີລັດຖະບານສອງປະເທດ ສືບຕໍ່ປັບປຸງຂອບນິຕິກຳໃຫ້ສົມບູນແບບເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມື, ໃນຕໍ່ໜ້າຄວນຍູ້ໄວວິວັດການເຈລະຈາບັນດາສັນຍາພື້ນຖານ ຄື ສັນຍາປົກປ້ອງການລົງທຶນ ແລະສັນຍາຫຼີກລ້າງການເກັບພາສີຊ້ອນ.

* ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີເຊເນການ Ousmane Sonko. ທີ່ການພົບປະ, ທ່ານ Ousmane Sonko ໃຫ້ຮູ້ວ່າ ທັງທ່ານປະທານາທິບໍດີ ແລະທ່ານນາຍົກລັດຖະມົນຕີ ເຊເນການ ລ້ວນແຕ່ຕັດສິນໃຈຊຸກຍູ້ການຮ່ວມມືກັບຫວຽດນາມ ໃຫ້ກາຍເປັນຈຸດສຸມໃນນະໂຍບາຍການຮ່ວມມື ໃຕ້-ໃຕ້ ຂອງ ເຊເນການ.

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ Ousmane Sonko ສະແດງໃຫ້ເຫັນຄວາມສົນໃຈເປັນພິເສດໃນຂົງເຂດກະສິກໍາ ແລະຢັ້ງຢືນວ່າ ເຊເນການ ປາດຖະໜາຢາກນຳເຂົ້າເຂົ້າສານຈາກຫວຽດນາມ ຕື່ມອີກເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານ Ousmane Sonko ເນັ້ນໜັກເຖິງຄວາມສາມາດ ຫວຽດນາມ ແລະເຊເນການ ກາຍເປັນຂົວຕໍ່ທີ່ມີປະສິດທິຜົນ ເພື່ອໃຫ້ສິນຄ້າຂອງແຕ່ລະປະເທດ ແຊກຊຶມເລິກເຂົ້າໃນຕະຫຼາດອາຟຣິກາຕາເວັນຕົກ ແລະອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານ Ousmane Sonko ນາຍົກລັດຖະມົນຕີເຊເນການ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຫວຽດນາມ ພ້ອມທີ່ຈະສົມທົບກັບເຊເນການ ສ້າງຍຸດທະສາດພັດທະນາກະສິກຳຢ່າງຮອບດ້ານກັບເຊເນການ. ຫວຽດນາມ ກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ໂທລະຄົມມະນາຄົມ, ການຫັນເປັນດີຈີຕອນ. ພ້ອມທັງສະເໜີທ່ານນາຍົກລັດຖະມົນຕີເຊເນການ ຊີ້ນຳບັນດາອົງການທີ່ກ່ຽວຂ້ອງສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດຮ່ວມມືຢູ່ ເຊເນການ.

ພາຍຫຼັງການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະທ່ານນາຍົກລັດຖະມົນຕີ Ousmane Sonko ໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນເອກະສານຮ່ວມມືລະຫວ່າງສອງປະເທດ.

* ກໍ່ໃນຕອນບ່າຍວັນທີ 23 ກໍລະກົດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານ El Malick Ndiaye ປະທານສະພາແຫ່ງຊາດເຊເນການ ໄດ້ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ-ເຊເນການ.

* ຕອນເຊົ້າວັນທີ 24 ກໍລະກົດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມຫໍພິພິທະພັນອາລະຍະທຳອາຟະລິກາ.

* ຕອນບ່າຍວັນທີ 24 ກໍລະກົດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງ Dakar, ສິ້ນສຸດການຢ້ຽມຢາມເຊເນການ ແລະເລີ່ມຕົ້ນເດີນທາງຢ້ຽມຢາມລາຊະອານາຈັກ ມາຣົກ ແຕ່ວັນທີ 24-27 ກໍລະກົດ.

ໂດຍ: ເຈິ່ນຮວ່ຽນ