ຄາດວ່າ, ໃນການຢ້ຽມຢາມ ສ. ເຊເນການ ຢ່າງເປັນທາງການ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຈະມີການພົບປະກັບບັນດາການນຳຂັ້ນສູງຂອງປະເທດ ເຊເນການ.

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ສ້າງກອບນິຕິກໍາໃຫ້ແກ່ການເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ El Malick Ndiaye ປະທານສະພາແຫ່ງຊາດ ສ.ເຊເນການ ຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ. ພາບ: qdnd.vn

ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມກັບທ່ານປະທານສະພາແຫ່ງຊາດເຊເນການ ກໍ່ຈະເປັນປະທານຮ່ວມການໂອ້ລົມສົນທະນານະໂຍບາຍດ້ານກົດໝາຍ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກະສິກຳ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະ ເຊເນການ.

ໃນຂອບເຂດການຢ້ຽມຢາມ, ທ່ານ ເຈິ່ນແທັງເໝິນ ພ້ອມດ້ວຍຄະນະ ຈະດຳເນີນການເຄື່ອນໄຫວ, ຄື: ພົບປະໂອ້ລົມກັບພະນັກງານສະຖານທູດ, ປະຊາຄົມຊາວຫວຽດນາມ/ທີ່ມີເຊື້ອຊາດຫວຽດນາມ ອາໄສຢູ່ເຊເນການ, ຢ້ຽມຢາມຫໍພິພິທະພັນອາລິຍະທຳເອີລົບ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ ໂອ້ລົມກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ເຊເນການ. ພາບ: qdnd.vn

ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເຊເນການ ສະແດງຄວາມພາກພູມໃຈຕໍ່ກັບບ້ານເກີດເມືອງນອນຫວຽດນາມ, ເປັນຕົ້ນແມ່ນຜົນການພັດທະນາເສດຖະກິດໃນໄລຍະຜ່ານມາ; ຢືນຢັນວ່າຍາມໃດກໍ່ອ່ວຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນ. ພໍ່ແມ່ປະຊາຊົນ ສະເໜີໃຫ້ອົງການທີ່ກ່ຽວຂ້ອງເອົາໃຈໃສ່ຍູ້ແຮງການເຄື່ອນໄຫວສອນພາສາຫວຽດນາມ ຢູ່ ເຊເນການ ໃຫ້ຫຼາຍກວ່າອີກ, ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ-ບຳລຸງສ້າງ... ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະສອງຊາດ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ  ມອບຂອງຂວັນໃຫ້ສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສ ຢູ່ເຊເນການ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ, ປະຊາຄົມຊາວຫວຽດນາມ ອາໄສ ຢູ່ເຊເນການ ເຖິງວ່າຈະນ້ອຍກໍ່ຕາມ, ແຕ່ແມ່ນປະຊາຄົມສາມັກຄີ, ເຂັ້ມແຂງ ຢູ່ເຊເນການ, ຍາມໃດກໍ່ແມ່ນຄວາມເອກອ້າງທະນົງໃຈຂອງຊາດ ແລະແມ່ນຂົວຕໍ່ສຳຄັນໃນການຊຸກຍູ້ນໍ້າໃຈມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ - ເຊເນການ.

ໂດຍ: ທູຈາງ