ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕີລາຄາສູງການຢ້ຽມຢາມຂອງຄະນະ ໄດ້ສະແດງໃຫ້ເຫັນຈິດໃຈຕັ້ງໜ້າຂອງສອງພັກ, ສອງປະເທດ ໃນຜັນຂະຫຍາຍຂອບເຂດການພົວພັນຮ່ວມມືຍຸດທະສາດຮອບດ້ານ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງ ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ເມື່ອເດືອນ ມີນາ 2025, ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາທິດທາງ ເພື່ອແນໃສ່ຍູ້ແຮງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງພັກກວ່າອີກ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະສະໜິດຕິດພັນລະຫວ່າງສອງພັກ ແລະສອງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Chan Chun Sing, ຮອງເລຂາທິການໃຫຍ່ພັກກະທໍາປະຊາຊົນ (PAP), ລັດຖະມົນຕີປະສານງານບໍລິການສາທາລະນະ, ລັດຖະມົນຕີປ້ອງກັນປະເທດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງພັກ ຍູ້ແຮງການແບ່ງປັນປະສົບການໃນການກໍ່ສ້າງພັກ, ປະສົບການໃນການນຳພາກໍາອໍານາດ, ພັດທະນາເສດຖະກິດ - ສັງຄົມ ແລະແລກປ່ຽນບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Chan Chun Sing ໄດ້ເຫັນດີເປັນເອກະສັນຢ່າງສູງຕໍ່ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ໃນນັ້ນມີເລື່ອງພັກກອມມູນິດຫວຽດນາມ ແລະພັກກະທໍາປະຊາຊົນສິງກະໂປ ເພີ່ມທະວີການໂອ້ລົມສົນທະນາ ເພື່ອແນໃສ່ແບ່ງປັນປະສົບການນຳພາ. ທ່ານ Chan Chun Sing ໃຫ້ຮູ້ວ່າ ສິງກະໂປ ຈະສືບຕໍ່ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນ ຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະສາກົນ, ພິເສດແມ່ນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ສະຫະປະຊາຊາດ.

ໂດຍ: ທະນາພອນ