ຫວຽດນາມ-ອາເມລິກາ ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະສະຖານທູດສືບຕໍ່ເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍຫວຽດນາມ ກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະແມ່ນ "ຕາໂສ້" ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ
    |
 |
ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ແລະທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ກະຊວງການຕ່າງປະເທດ |
ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Marc E. Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຄະນະປະຕິບັດງານຂອງສະພາແຫ່ງຊາດອາເມລິກາ ມາຢ້ຽມຢາມ ແລະເຮັດວຽກ, ພ້ອມທັງປາດຖະໜາຢາກໃຫ້ສອງຝ່າຍຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນ, ຖອດຖອນບົດຮຽນປະສົບການໃນການສ້າງກົດໝາຍ.
ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍຫວຽດນາມ ກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະແມ່ນ "ຕາໂສ້" ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ, ທ່ານປາດຖະໜາຢາກໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດເສດຖະກິດການຕະຫຼາດຫວຽດນາມ ໂດຍໄວ ແລະນຳຫວຽດນາມ ອອກຈາກບັນຊີລາຊີຄວບຄຸມການສົ່ງອອກຍຸດທະສາດ.
ສ່ວນທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນອາເມລິກາ ຍາມໃດກໍ່ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຜັນຂະຫຍາຍບັນດາເນື້ອໃນຂອງຂອບເຂດການຮ່ວມມືຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃນທຸກເສົາຄ້ຳ, ເປັນຕົ້ນແມ່ນການຊຸກຍູ້ບັນດາການພົບປະຂັ້ນສູງ, ເປີດກວ້າງການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດຄືເສດຖະກິດ-ການຄ້າ-ການລົງທຶນ, ການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທ່ານເນັ້ນໜັກວ່າ ອາເມລິກາ ຈະຮ່ວມເດີນທາງພ້ອມກັບຫວຽດນາມ ໃນວິວັດການສູ້ຊົນບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ