ວັນທີ 21 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ຟານດິ່ງຈາກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ພົບປະເຈລະຈາກັບທ່ານ Chan Chun Sing ຮອງເລຂາທິິການໃຫຍ່ພັກກະທໍາປະຊາຊົນ (PAP), ລັດຖະມົນຕີກະຊວງປະສານງານບໍລິການສາທາລະນະ, ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີຄວາມເຂົ້າໃຈ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເສີມຂະຫຍາຍຂອບເຂດການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະມຸ່ງໄປເຖິງຂອບເຂດການພົວພັນທີ່ມີເນື້ອແທ້, ເລິກເຊິ່ງກວ່າ; ຜັນຂະຫຍາຍເນື້ອໃນບັນຈຸຂ້າງໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ສ້າງຕັ້ງໃຫ້ມີປະສິດທິຜົນ, ປະຕິບັດສໍາເລັດໂຄງການດໍາເນີນງານ ໄລຍະ 2025-2030 ໂດຍໄວ.

ທ່ານ ຟານດິ່ງຈາກ ຢືນຢັນວ່າ ຫວຽດນາມ ກຽມພ້ອມສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສິງກະໂປ ລົງທຶນ, ດໍາລົງທຸລະກິດຢູ່ຫວຽດນາມ; ສະເໜີ ສິງກະໂປ ສືບຕໍ່ແບ່ງປັນບົດຮຽນ ແລະໜູນຊ່ວຍຫວຽດນາມ ໃນຂົງເຂດຕ່າງໆ, ຄື: ສົ່ງອອກໄຟຟ້າແຮງລົມ, ປ່ຽນແປງໃໝ່ດ້ານການເງິນ, ພັດທະນາທ່າກໍາປັ່ນທະເລ.

ສ່ວນທ່ານ Chan Chun Sing ປາດຖະໜາຢາກສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືໃນຕ່ອງໂສ້ການສະໜອງ, ພະລັງງານທົດແທນ, ຍູ້ແຮງການຮ່ວມມືພະລັງງານ, ເຊື່ອມຕໍ່ການເງິນ, ຂໍ້ມູນ, ໂດຍສະເພາະແມ່ນລະບົບທ່າກໍາປັ່ນທະເລ.

ສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືການສຶກສາ, ບໍາລຸງສ້າງ, ເປີດກວ້າງການເຊື່ອມຕໍ່ການບິນ, ພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ. ສິງກະໂປ ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍບໍາລຸງສ້າງໃຫ້ພະນັກງານຂອງຫວຽດນາມ ກໍ່ຄືສະໜອງທຶນການສຶກສາໃຫ້ນັກຮຽນ, ນັກສຶກສາໄປຮຽນຢູ່ສິງກະໂປ. ສອງຝ່າຍກໍ່ເຫັນດີເປັນເອກະພາບໃນການທາບທາມ, ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ກົນໄກຫຼາຍຝ່າຍຢູ່ພາກພື້ນ ແລະສາກົນຢ່າງເປັນປະຈໍາ.

ໂດຍ: ໄຊນີດາ