ເປີດສາກກອງປະຊຸມ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບຜູ້ທີ່ເສຍຊີວິດຍ້ອນພະຍາດໂຄວິດ-19.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບ: ສະພາບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນສະພາບການໃໝ່; ສະພາບເສດຖະກິດ-ສັງຄົມ ປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2022; ສະພາບການປະຕິບັດງົບປະມານແຫ່ງລັດປີ 2021, ແຜນງົບປະມານແຫ່ງລັດປີ 2022 ແລະແຜນການການເງິນ-ງົບປະມານແຫ່ງລັດໄລຍະ 3 ປີ 2022 – 2024; ສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ລົບລ້າງການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບົດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ ແລະບາງບັນຫາສຳຄັນອື່ນໆອີກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ: “ສະເໜີໃຫ້ຕີລາຄາສະພາບການຕ້ານພະຍາດໂຄວິດ-19, ການພັດທະນາເສດຖະກິດ-ສັງຄົມ ໄລຍະ 9 ເດືອນຕົ້ນປີ, ຄາດຄະເນສະພາບການຮອດທ້າຍປີ 2021 ຢ່າງພາວະວິໄສ, ຮອບດ້ານ, ໂດຍສະເພາະແມ່ນຄາດຄະເນສະພາບການພະຍາດໂຄວິດ-19 ໃນໂລກ ແລະຢູ່ຫວຽດນາມ ໃນໄລຍະຈະມາເຖິງ. ເອົາໃຈໃສ່ເຖິງການສະຫຼຸບ, ຕີລາຄາຄວາມຈຳເປັນ, ຖືກຕ້ອງ, ຜົນສັກສິດ, ປະສິດທິຜົນ, ກໍ່ຄືຂໍ້ຈຳກັດ, ສິ່ງທີ່ຍັງຄົງຄ້າງໃນການປະກາດໃຊ້ ແລະຈັດຕັ້ງປະຕິບັດ ບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການໃໝ່ ເພື່ອແກ້ໄຂບັນດາບັນຫາຕົວຈິງທີ່ວາງອອກໃນວິວັດການທັງປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19 ກໍ່ຂຶ້ນ, ທັງຮັກສາ, ພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ. ປຽບທຽບ, ໄຈ້ແຍກຄວາມສາມາດປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ທີ່ໄດ້ຄາດຄະເນໃນປີ 2021.”

ເຕື້ອງເຖິງບາງບັນຫາກ່ຽວກັບການກໍ່ສ້າງ, ປັບປຸງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ການກໍ່ສ້າງ, ປັບປຸງພັກຍາມໃດກໍ່ແມ່ນໜ້າທີ່ຫຼັກແຫຼ່ງ, ສໍາຄັນພິເສດ, ມີຄວາມໝາຍເປັນຕາຍຕໍ່ພັກ.

ກອງປະຊຸມຄາດວ່າຈະເຮັດວຽກຮອດວັນທີ 7 ຕຸລາ ຈຶ່ງຈະອັດລົງ.

ໂດຍ: ທະນາພອນ