ວັນທີ 13 ມັງກອນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ນຳໂດຍທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ, ເລີ່ມຕົ້ນເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມປະຈໍາປີຄັ້ງທີ 28 ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF-28) ຢູ່ນະຄອນຫຼວງ Canberra, ປະເທດອົດສະຕາລີ.

leftcenterrightdel
ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ພ້ອມກັບບັນດາຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມເວທີປາໄສລັດຖະສະພາອາຊີ-ປາຊີຟິກ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Tony Smith ປະທານສະພາຕ່ຳອົດສະຕາລີ-ປະທານກອງປະຊຸມ APPF-28, ຍົກສູງພາລະກໍາຂອງ APPF ສໍາລັບສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດການຄ້າຢູ່ພາກພື້ນ ແລະໃນໂລກ, ພິເສດແມ່ນໃນສະພາບການທີ່ພາກພື້ນ ແລະໂລກ ຕ້ອງປະເຊີນໜ້າກັບໄພນາບຂູ່ຄວາມໝັ້ນຄົງ, ຄື: ການກໍ່ການຮ້າຍ, ຫົວຮຸນແຮງ, ຂວາຈັດ, ຄວາມໝັ້ນຄົງທາງອິນເຕີແນັດ ແລະບັນດາບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ. ທ່ານ Tony Smith ຢັ້ງຢືນວ່າ ເຫດການສໍາຄັນນີ້ແມ່ນສ່ວນໜຶ່ງຂອງລາຍການສາກົນ ເຊິ່ງສະພາແຫ່ງຊາດອົດສະຕາລີ ພວມຜັນຂະຫຍາຍ, ຊ່ວຍຊຸກຍູ້ຄວາມເຂົ້າອົກເຂົ້າໃຈ, ແບ່ງປັນຄວາມຮູ້ ແລະພັດທະນາປະຊາທິປະໄຕກັບບັນດາລັດຖະສະພາບ້ານໃກ້ເຮືອນຄຽງ.

ກອງປະຊຸມ APPF-28 ດໍາເນີນໃນລະຫວ່າງວັນທີ 13-16 ມັງກອນ, ມີການເຂົ້າຮ່ວມຂອງ 19 ຄະນະລັດຖະສະພາສະມາຊິກ ແລະ 10 ລັດຖະສະພາຜູ້ສັງເກດການຂອງ APPF. ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືລັດຖະສະພາໃນປີ 2020 ແລະໃນໄລຍະຈະມາເຖິງ”, ກອງປະຊຸມມີ 4 ວາລະປະຊຸມ: ກອງປະຊຸມສະມາຊິກສະພາແຫ່ງຊາດຍິງ APPF ແລະ 3 ວາລະປຶກສາຫາລືຕົ້ນຕໍກ່ຽວກັບບັນດາບັນຫາການເມືອງ ແລະຄວາມໝັ້ນຄົງ; ບັນດາບັນຫາເສດຖະກິດ ແລະການຄ້າ; ບັນດາບັນຫາການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ.

ໂດຍ: ເຈິ່ນຮວ່ຽນ