ທີ່ພິທີລົງນາມ, ທ່ານ ຫງວຽນບ໊າຈ໊ຽນ, ອະທິການບໍດີມະຫາວິທະຍາໄລພາຍໃນຮ່າໂນ້ຍ ໃຫ້ຮູ້ວ່າ, ຫວຽດນາມ ແລະ ລາວ ແມ່ນສອງປະເທດທີ່ມີມູນເຊື້ອມິດຕະພາບ ແລະການຮ່ວມມືແບບພິເສດ; ມີເປົ້າໝາຍ, ອຸດົມການອັນດຽວກັນ, ໃນການກໍ່ສ້າງປະເທດຊາດຕາມເສັ້ນທາງສັງຄົມນິຍົມ, ມີລະບອບການເມືອງ ແລະລັດ ຄ້າຍຄືກັນ, ພວມພ້ອມກັນດໍາເນີນກິດຈະການປ່ຽນແປງໃໝ່ ແລະພັດທະນາ.

leftcenterrightdel
ພິທີລົງນາມດໍາເນີນພາຍໃຕ້ການເປັນສັກຂີພິຍານຂອງລັດຖະມົນຕີກະຊວງພາຍໃນສອງປະເທດ ຫວຽດນາມ-ລາວ. ພາບ: anninhthudo.vn.

ທ່ານ ຫງວຽນບ໊າຈ໊ຽນ ໄດ້ກ່າວວ່າ “ສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ. ການພົວພັນດ້ານການເມືອງລະຫວ່າງສອງປະເທດໄດ້ ແລະພວມພັດທະນາບົນພື້ນຖານເລິກເຊິ່ງ ແລະກວ້າງຂວາງ ແລະນັບມື້ນັບໝັ້ນຄົງ”.

ສ່ວນທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມຕີລາຄາ ແລະພັດທະນາລັດຖະກອນ, ຜູ້ຕາງໜ້າກະຊວງພາຍໃນແຫ່ງ ສປປ ລາວ ໄດ້ຂອບໃຈພັກ, ລັດ ແລະກະຊວງພາຍໃນຫວຽດນາມ ໃນການສ້າງເງື່ອນໄຂເພື່ອຊຸກຍູ້ສາຍພົວພັນນີ້. ທ່ານ ບຸນຈັນ ນິຍະວົງ ເນັ້ນໜັກວ່າ: “ນີ້ແມ່ນຂີດໝາຍທີ່ດີງາມໃຫ້ສາຍພົວພັນການຮ່ວມມືຍາວນານລະຫວ່າງມະຫາວິທະຍາໄລພາຍໃນຮ່າໂນ້ຍ, ກະຊວງພາຍໃນຫວຽດນາມ ແລະກົມຕີລາຄາ ແລະພັດທະນາລັດຖະກອນ, ກະຊວງພາຍໃນລາວ”.

ໃນຂອບເຂດຂອງພິທີລົງນາມ, ສອງຝ່າຍເຫັນດີເປັນເອກະພາບສາຍພົວພັນການຮ່ວມມືອັນຍາວນານໃນຂົງເຂດສຶກສາ, ບໍາລຸງສ້າງ, ພັດທະນາ ແລະຍົກສູງຄວາມສາມາດໃຫ້ແຫຼ່ງຊັບພະຍາກອນມະນຸດ ເພື່ອຜົນປະໂຫຍດຂອງສອງຝ່າຍ; ຍົກອອກຂອບເຂດໜຶ່ງ ເພື່ອກໍານົດບັນດາຂົງເຂດການຮ່ວມມື, ຜ່ານນັ້ນເຫັນດີເປັນເອກະພາບ ແລະພັດທະນາບັນດາການເຄື່ອນໄຫວຮ່ວມມືລະອຽດ.

 

ໂດຍ: ໄຊນີດາ