leftcenterrightdel
ພາບປະກອບຈາກ: Granma.

ໂດຍ​ນັກ​ຊ່ຽວຊານ ​ Jesus Marrero ຮັບຜິດຊອບ​ພາກສ່ວນ​ທຸລະ​ກິດ​ຂອງ  CUPET ​ກ່າວ​ວ່າ: ບໍໍນ້ຳມັນ 24 ​ແຫ່ງ​ຕັ້ງ​ໃນ​ເຂດ​ເສດຖະກິດພິ​ເສດ​ຂອງກູ​ບາ ຢູ່​ອ່າວເມັກ​ຊິກ ຄາດ​ວ່າ​ຈະ​ປະມູນ​ໃນ​ເດືອນເມສາ ປີ 2019 ນີ້. ຈາ​ກນັ້ນ​ຈະ​ເປີດ​ອີກ​ຫລາຍ​ບໍເພີ່ມ​ຂຶ້ນຫຼັງ​ຈາກງວດ​ການ​ປະມູນ​ສາກົນ ຄັ້ງທຳ​ອິດ. ກູ​ບາ ມີ​ບໍໍນ້ຳມັນ​ທັງ​ໝົດ 79 ​ແຫ່ງ, ​ໃນ​ນີ້ 9 ​ແຫ່ງພວມ​ມີ​ການຮ່ວມ​ສັນຍາ, ຊຶ່ງ​ກູ​ບາ ​ໄດ້​ຂຸດ​ຄົ້ນ​ນ້ຳມັນ​ດີບ 99% ຈາກ​ເນື້ອ​ທີ່ 750 ກິ​ໂລ​ຕາ​ແມັດຕາມ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ເໜືອ​ຈາກຮາ​ວາ​ນາ ​ເຖິງວາຣາ​ເດ​ໂຣ ຫ່າງ​ຈາກ​ນະຄອນຫຼວງປະມານ 120 ກິ​ໂລ​ແມັດທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ.

ຂ່າວ: ຂປລ