ໃນ​ຂະນະ​ດຽວ​ກັນໂທລະພາບ​ຊ່ອງ RTE ຂອງ​ອຽກ​ລັງ ອ້າງ​ຕາມ​ແຫຼ່ງ​ຂ່າວ​ທີ່​ໜ້າ​ເຊື່ອ​ຖືໃຫ້​ຮູ້​ວ່າ ອັງກິດ ແລະ EU ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຕໍ່​ເອກະສານ​ສະບັບ​ໜຶ່ງກ່ຽວ​ກັບ​ບັນຫາຊາຍ​ແດນລະຫວ່າງ​ອັງກິດ ກັບ​ອຽກ​ລັງ ຫຼັງ Brexit ເຖິງ​ແມ່ນ​ວ່າການ​ເຈລະຈາ​ຍັງ​ບໍ່​ທັນ​ເວົ້າ​ໄດ້​ວ່າໄດ້​ສຳເລັດ​ເສັດ​ສິ້ນ​ກໍ​ຕາມ.

leftcenterrightdel
ທ່ານນາງ Theresa May ນາຍົກລັດຖະມົນຕີອັງກິດ ແລະທ່ານ Jean-Claude Juncker ປະທານ EC.  ພາບ: ສຳນັກຂ່າວສານຫວຽດນາມ.

ໃນ​ວັນ​ດຽວ​ກັນທ່ານ ຈວນ ຄລາວ ຈັງ​ເກີ ປະທານ​ຄະນະ​ກຳມະການ​ເອີ​ຣົບ ເວົ້າ​ວ່າ  EU ບໍ່​ແນ​ເປົ້າ​ໝາຍ​ລົງໂທດຕໍ່​ການ​ທີ່​ອັງກິດ​ຖອນ​ອອກ​ຈາກ EU ພ້ອມ​ທັງ​ເວົ້າ​ອີ​ກວ່າ ທ່ານ ໄມ​ເຄິນ ບາ​ນີ​ເອີ ຫົວໜ້າ​ຄະນະ​ເຈລະຈາ​ຂອງ EU ພວມ​ພະຍາຍາມ​ໃຫ້​ບັນລຸ​ຂໍ້​ຕົກລົງ​ສະບັບ​ໜຶ່ງທີ່​ດີ​ທີ່​ສຸດໃຫ້​ແກ່​ທັງ​ສອງ​ຝ່າຍ.

ໂດຍ: ວຽງຈັນໃໝ່