ນີ້ແມ່ນຄັ້ງທຳອິດທີ່ລັດຖະມົນຕີການຕ່າງປະເທດຍິງຂອງເກືອບ 20 ປະເທດໃນໂລກພົບປະກັນເພື່ອປຶກສາຫາລືກ່ຽວກັບ 4 ຫົວເລື່ອງຕົ້ນຕໍ, ລວມມີ “ເພີ່ມທະວີຄວາມເປັນເຈົ້າຕົນເອງ, ການເຂົ້າຮ່ວມການເຄື່ອນໄຫວດ້ານການເມືອງ ແລະການນໍາພາຂອງແມ່ຍິງ”, “ເພີ່ມທະວີປະຊາທິປະໄຕ”, “ຊຸກຍູ້ສັນຕິພາບ ແລະຄວາມໝັ້ນຄົງ” ແລະ “ຍົກເລີກການໃຊ້ຄວາມຮຸນແຮງບົນພື້ນຖານລະຫວ່າງເພດ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດຍິງ ຢູ່ການາດາ. ພາບ: AP

ຢູ່ນອກກອງປະຊຸມ, ທ່ານນາງ Chrystia Freeland ລັດຖະມົນຕີການຕ່າງປະເທດການາດາ ໄດ້ມີການພົບປະກັບທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດຂອງສະຫະພາບເອີລົບ (ອີຢູ). ການນໍາສອງທ່ານຫວັງວ່າການພົບປະຄັ້ງນີ້ເປັນຂີດໝາຍບາດລ້ຽວເປີດສາກໃຫ້ແກ່ມູນເຊື້ອຮ່ວມມືລະຫວ່າງບັນດາລັດຖະມົນຕີຍິງ.

ນອກຈາກນັ້ນ, ກອງປະຊຸມຍັງມີການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດຍິງທີ່ມາຈາກ ອາຟະລິກາໃຕ້, ອັງໂດຣາ, ບຸນກາຣີ, ໂກດສຕາຣິກາ, ກຣົວຊີ, ໂດມິນິກ, ການາ, ກົວເຕມາລາ, ຮົງດູຣັດ, ອິນໂດເນເຊຍ, ເຄັນຢາ...

ໂດຍ: ທູຈາງ