ບັນຍາກາດທີ່ເຂດດໍາເນີນການຝຶກແອບຮ່ວມ.
ທ່ານພົນຕີ ຖ໊າຍວັນມິງ, ຮອງຫົວໜ້າອະນຸກໍາມະການເດີນສວນສະໜາມ, ແຫ່ຂະບວນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ເປັນປະທານການ ຝຶກແອບຮ່ວມ.
ເປີດສາກການເດີນສວນສະໜາມ, ແຫ່ຂະບວນ ແມ່ນຖັນແຖວຈຸບິນ Mi-17, Yak-130 ແລະ Su-30MK2 ຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ບິນຊົມເຊີຍ.
ການຝຶກແອບຮ່ວມ ໄດ້ດໍາເນີນ ຢູ່ກອງພັນໃຫຍ່ 935 (ກອງພົນ 370, ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ).
ກອງດົນຕີຍິງ ທີ່ການຝຶກແອບຮ່ວມ.
ຮູບພາບບັນດານັກຮົບທະຫານປົດປ່ອຍພາກໃຕ້ຫວຽດນາມ ທີ່ການຝຶກແອບຮ່ວມ.
ກຸ່ມນາຍທະຫານບົກ ເດີນສວນສະໜາມຜ່ານເວທີ.
ກຸ່ມນາຍທະຫານເຮືອ ທີ່ການຝຶກແອບຮ່ວມ.
ກຸ່ມນາຍທະຫານປ້ອງກັນອາກາດ-ທະຫານອາກາດ ເຂົ້າຮ່ວມການຝຶກແອບຮ່ວມ.
ກຸ່ມນາຍທະຫານຊາຍແດນ.
ກຸ່ມນາຍຕໍາຫຼວດທະເລ ທີ່ການຝຶກແອບຮ່ວມ.
ກຸ່ມນາຍທະຫານພະລາທິການ-ເຕັກນິກ.
ກຸ່ມນາຍທະຫານສື່ສານຍິງ.
ກໍາລັງສູ້ຮົບເອເລັກໂຕນິກ ແມ່ນໜຶ່ງໃນບັນດາກໍາລັງກ້າວໄປຂຶ້ນທັນສະໄໝ ຂອງກອງທັບປະຊາຊົນ ຫວຽດນາມ.
ກຸ່ມນາຍທະຫານຍິງ ຂອງກໍາລັງຮັກສາສັນຕິພາບຫວຽດນາມ.
ກຸ່ມທະຫານລາດທະເລ.
ກຸ່ມເດີນສວນສະໜາມຂອງກະຊວງຕໍາຫຼວດ ທີ່ການຝຶກແອບຮ່ວມ.
ວັນທີ 11 ເມສາ, ຢູ່ກອງພັນໃຫຍ່ 935 (ກອງພົນ 370, ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ), ອະນຸກໍາມະການເດີນສວນສະໜາມ, ແຫ່ຂະບວນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ 30-4-1975 / 30-4-2025) ໄດ້ຈັດຕັ້ງການຝຶກແອບຮ່ວມບັນດາກໍາລັງປະກອບອາວຸດທີ່ເຂົ້າຮ່ວມການເດີນສວນສະໜາມ.
ເຂົ້າຮ່ວມການຝຶກແອບຮ່ວມມີບັນດາກໍາລັງໃນກອງທັບ, ຕຳຫຼວດ, ທະຫານລາດປ້ອງກັນຕົວ, ລວມມີ: 13 ໜ່ວຍຢືນ, 36 ໜ່ວຍໄປ ພ້ອມກັບກໍາລັງທະຫານອາກາດບິນຊົມເຊີຍ. ນີ້ແມ່ນການຝຶກແອບຮ່ວມຄັ້ງທຳອິດ ເພື່ອຕີລາຄາໝາກຜົນ ແລະ ຖອດຖອນບົດຮຽນຈາກການຝຶກແອບຮ່ວມ, ເພື່ອເປັນພື້ນຖານໃຫ້ບັນດາກົມກອງສືບຕໍ່ຝຶກແອບໃຫ້ກຳລັງທີ່ເຂົ້າຮ່ວມການເດີນສວນສະໜາມ, ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
ໂດຍ: ທູຈາງ
Type the code from the image