ຖັນແຖວແພດທະຫານ ໂຮງໝໍກອງທັບ 354 ດູແລຄົນເຈັບຢູ່ໂຮງໝໍສະໜາມພະຍາດຕິດແປດເລກ 1, ແຂວງບັກນິງ. ພາບ: qdnd.vn.
ບັນດານັກສໍາມະນາກອນວິທະຍາຄານການແພດ ສະໝັກໃຈເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: qdnd.vn.
ກໍາລັງກອງທັບເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຂົນສົ່ງເຄື່ອງໃຊ້ທີ່ຈໍາເປັນໄປໃຫ້ພົນລະເມືອງຢູ່ເຂດຈໍາກັດບໍລິເວນທີ່ນະຄອນໂຮ່ຈີມິນ. ພາບ: qdnd.vn.
ພະນັກງານ, ນັກຮົບກອງພົນ 3, ທະຫານເຂດ 1 ປຸງແຕ່ງອາຫານແຕ່ລະຄາບ ໃນແຕ່ລະວັນເພື່ອຮັບໃຊ້ແພດໝໍ, ຄົນເຈັບຢູ່ໂຮງໝໍສະໜາມ ແລະພົນລະເມືອງທີ່ແຍກປ່ຽວໃນບໍລິເວນແຂວງບັກນິງ, ບັກຢາງ, ລ້າງເຊີນ. ພາບ: qdnd.vn.
ພະນັກງານຄົ້ນຄ້ວາຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ປະຕິບັດການວິໄຈຕົວຢ່າງ ໃຫ້ແກ່ຄົນເຈັບ. ພາບ: qdnd.vn.
ພົນທະຫານຍິງ ຊ່ວຍພໍ່ແມ່ປະຊາຊົນເກັບກ່ຽວຜົນຜະລິດຢູ່ເຂດພະຍາດໂຄວິດ-19 ແຜ່ລະບາດ. ພາບ: qdnd.vn.
ອາລົມຈິດຄວາມຮັກແພງຂອງປະຊາຊົນຢູ່ເຂດເກີດພະຍາດໂຄວິດ-19 ທີ່ມີຕໍ່ພະນັກງານ, ນັກຮົບປ້ອງກັນເຄມີ ໃນຍາມເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດ. ພາບ: qdnd.vn.
ພົນທະຫານຍິງ ເບິ່ງແຍງດູແລເດັກນ້ອຍ ຢູ່ໃນເຂດແຍກປ່ຽວ.ພາບ: qdnd.vn.
ບັນດານັກຮົບປຸງແຕ່ງອາຫານ ແລະສົ່ງໄປໃຫ້ປະຊາຊົນຢູ່ເຂດເກີດພະຍາດໂຄວິດ-19. ພາບ: qdnd.vn.
ກປ.ອອນໄລ - ເມື່ອຕ້ອນຮັບບຸນປີໃໝ່, ປະຊາຊົນຫຼາຍຄົນທີ່ດຳລົງຊີວິດຢູ່ໃນເຂດໃຈກາງຂອງພະຍາດໂຄວິດ-19 ພັດຕື້ນຕັນໃຈເມື່ອຄິດເຖິງຊຸມວັນທີ່ດໍາລົງຊີວິດຢູ່ໃນອ້ອມແຂນແຫ່ງຄວາມຮັກແພງຂອງທະຫານລຸງໂຮ່.
ເຂົາເຈົ້າແມ່ນ “ນັກຮົບເສື້ອຂາວ” ໄດ້ກອບກູ້ເອົາຊີວິດ, ປິ່ນປົວໃຫ້ແກ່ຄົນເຈັບຢ່າງສຸດຈິດສຸດໃຈ, ແມ່ນບັນດານັກຮົບທີ່ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຢູ່ຕາມດ່ານ, ປ້ອມສະກັດກັ້ນ, ຄວບຄຸມພະຍາດໂຄວິດ-19 ທີ່ຢູ່ລຽບຕາມເສັ້ນຊາຍແດນເພື່ອສະກັດກັ້ນ ແລະຄວບຄຸມພະຍາດ; ແມ່ນບັນດານັກຮົບທີ່ກຽມພ້ອມເສຍສະຫຼະຄ້າຍທະຫານຂອງຕົນ ມາຮັບໃຊ້ການປຸງແຕ່ງອາຫານແຕ່ລະຄາບໃຫ້ແກ່ພົນລະເມືອງທີ່ປະຕິບັດການແຍກປ່ຽວ; ແມ່່ນບັນດານັກຮົບທີ່ບໍ່ຫວາດຫວັ່ນຕໍ່ການສົ່ງສິນຄ້າ, ສິ່ງຂອງທີ່ຈໍາເປັນໄປໃຫ້ບັນດາຄອບຄົວທີ່ຢູ່ໃນເຂດຈໍາກັດບໍລິເວນບໍ່ວ່າທັງເວັນ ແລະຄືນ...
ເຖິງວ່າພະຍາດໂຄວິດ-19 ຍັງຜັນແປສັບສົນກໍ່ຕາມ, ແຕ່ຮູບພາບກ່ຽວກັບພະນັກງານ, ນັກຮົບທີ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນ ບໍ່ພຽງແຕ່ໄດ້ສ້າງຄວາມປະທັບໃຈ, ຄວາມນິຍົມນັບຖື, ຄວາມຮັກແພງເທົ່ານັ້ນ, ຫາກຍັງໄດ້ສ້າງກໍາລັງໜູນ, ເຈດຈໍານົງທີ່ດີງາມເພື່ອໃຫ້ອໍານາດການປົກຄອງ ແລະປະຊາຊົນທົ່ວປະເທດ ຜ່ານຜ່າ, ເອົາຊະນະພະຍາດຢ່າງອົງອາດກ້າຫານ.
ໂດຍ: ທູຈາງ
Type the code from the image