ສາດສະດາຈານ Carl Thayer ຕີລາຄາວ່າ ທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ປະສົບຜົນສຳເລັດໃນບົດບາດການນຳພາພັກກອມມູນິດຫວຽດນາມ ເມື່ອຫວຽດນາມ ຮັກສາລະດັບການເຕີບໂຕສູງຢ່າງຕໍ່ເນື່ອງ, ຍົກເວັ້ນໃນໄລຍະເກີດຂຶ້ນພະຍາດໂຄວິດ-19 ໄລຍະ 2020-2021. ຄຽງຂ້າງນັ້ນ, ຂະບວນການຕ້ານການສໍ້ລາດບັງຫຼວງທີ່ທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ປະຕິບັດໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ໂດຍໄດ້ຍົກໃຫ້ຫວຽດນາມ ຈັດອັນດັບ “ດັດຊະນີຄວາມຮັບຮູ້ການສໍ້ລາດບັງຫຼວງ” ຂອງອົງການຄວາມໂປ່ງໃສສາກົນ ຈາກ 112 ຂຶ້ນ 83 ໃນໄລຍະ 2011-2023. ສາດສະດາຈານ Carl Thayer ຖືວ່າ ຫວຽດນາມ ຄວນສືບຕໍ່ການຕ້ານການສໍ້ລາດບັງຫຼວງ, ພ້ອມທັງປັບປຸງກົງຈັກຂອງລັດ ເພື່ອສ້າງເງື່ອນໄຂໃຫ້ການຫັນວິວັດການຜະລິດເປັນທັນສະໄໝ, ໝູນໃຊ້ການປະຕິວັດອຸດສາຫະກຳທີ 4 ຄື ການປ່ຽນແປງໃໝ່ເຕັກໂນໂລຢີ, ຫັນເປັນດີຈີຕອນ, ປັນຍາປະດິດ.

leftcenterrightdel
ສາດສະດາຈານ Carl Thayer. ພາບ: ສໍານັກຂ່າວສານຫວຽດນາມ.

ສາດສະດາຈານ Carl Thayer ໃຫ້ຂໍ້ສັງເກດວ່າ ການປະຕິວັດຂອງການປັບປຸງກົງຈັກລັດຂອງຫວຽດນາມ ຈະສ້າງກາລະໂອກາດໃຫ້ປະເທດພັດທະນາກໍາລັງຄວາມສາມາດຢ່າງພຽງພໍເພື່ອປ່ຽນແປງການພົວພັນດ້ານການຜະລິດ, ໃນນັ້ນສຸມໃສ່ເຂົ້າໃນເຕັກໂນໂລຢີ. ຫວຽດນາມ ມີກາລະໂອກາດກາຍເປັນ “ຕົວເຊື່ອມຕໍ່” ທີ່ໄວ້ເນື້ອເຊື່ອໃຈໃນຕ່ອງໂສ້ການສະໜອງທົ່ວໂລກໃຫ້ສິນຄ້າເຕັກໂນໂລຊີສູງ. ຫວຽດນາມ ມີກາລະໂອກາດນໍາໃຊ້ເຄືອຂ່າຍຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານທີ່ພວມພັດທະນາຂອງຕົນ.

ໂດຍ: ຈາງຫງວຽນ