ຫວ່າງແລ້ວນີ້, ໜັງສືພິມ South China Moring Post (SCMP) ຂອງ ຮົ່ງກົງ (ຈີນ) ໄດ້ເຊີດຊູຖ້ຳ ເຊີນດອງ, ຢູ່ແຂວງ ກວ໋າງບິ່ງ, ພາກກາງ ຫວຽດນາມ ແມ່ນໜຶ່ງໃນສະຖານທີ່ຢ້ຽມຊົມ  ຢູ່ໃຕ້ດິນ 7 ແຫ່ງສວຍງາມທີ່ສຸດໃນໂລກ.

leftcenterrightdel
ຖ້ຳເຊີນດອງ ມີຄວາມຍາວເກືອບ 9 ກິໂລແມັດ, ຢູ່ບາງທີ່ຕັ້ງທີ່ມີຄວາມສູງເພດານຂຶ້ນເຖິງ 200 ແມັດ, ກວ້າງ 160 ແມັດ. ພາບ: ສໍານັກຂ່າວສານຫວຽດນາມ

ບົດຂຽນໃນໜັງສືພິມ SCMP ໃຫ້ຮູ້ວ່າ ນອກຈາກລະບົບແມ່ນ້ຳ, ສະນ້ຳຢູ່ພາຍໃນຖ້ຳ, ລະບົບຊີວະພາບປ່າດົງດິບພັດທະນາ, ຫີນຍ່ອຍທີ່ມີອາຍຸ 400 ລ້ານ ປີ ພ້ອມດ້ວຍບັນດາຊັ້ນທໍລະນີທີ່ງາມຕາແລ້ວ, ຖ້ຳ ເຊີນດອງ ຍັງເປັນບ່ອນດຳລົງຊີວິດຂອງພືດ ແລະ ສັດສາວາສິ່ງປະເພດຕ່າງ ໂດຍບໍ່ມີຢູ່ບ່ອນໃດໃນໂລກ.  ປີ 2018, ກຸ່ມນັກຊ່ຽວຊານ ອັງກິດ ທີ່ຄົ້ນຄວ້າກ່ຽວກັບຖ້ຳ ໄດ້ພົບເຫັນຖ້ຳ ເຊີນດອງ ກວ້າງໃຫຍ່ກວ່າ ຢ່າງໜ້ອຍສຸດ 30% ແລະເລິກກວ່າເມື່ອທຽບໃສ່ຂໍ້ມູນທີ່ໄດ້ເຜີຍກ່ອນໜ້ານັ້ນ. ຖ້ຳ ເຊີນດອງ ມີຄວາມຍາວເກືອບ 9 ກິໂລແມັດ, ຢູ່ບາງທີ່ຕັ້ງທີ່ມີຄວາມສູງເພດານຂຶ້ນເຖິງ 200 ແມັດ, ກວ້າງ 160 ແມັດ.

ແຫຼ່ງຄັດຈາກ vovworld.vn