ອາເມລິກາ ສົ່ງຄືນວັດຖຸລະນຶກໃນສະໄໝສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນັກຮົບເກົ່າຫວຽດນາມ
ກປ.ອອນໄລ - ວັນທີ 9 ທັນວາ, ຄະນະຊີ້ນຳແຫ່ງຊາດ 515 ໄດ້ສົມທົບກັບສະຖານທູດອາເມລິກາ ປະຈຳ ຫວຽດນາມ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ແລະອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸລະນຶກໃນສະໄໝສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າຫວຽດນາມ ໂດຍ ອາເມລິກາ ສະໜອງໃຫ້.
    |
 |
ພິທີມອບ-ຮັບວັດຖຸລະນຶກໃນສະໄໝສົງຄາມຈໍານວນໜຶ່ງ ໃຫ້ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າຫວຽດນາມ. ພາບ: ຫວຽດຮ່າ |
ຜ່ານສະຖານທູດອາເມລິກາ ປະຈຳ ຫວຽດນາມ, ວັນທີ 30 ພະຈິກ 2024, ສູນ Ash ຂຶ້ນກັບມະຫາວິທະຍາໄລ Harvard (ອາເມລິກາ) ໄດ້ມອບວັດຖຸລະນຶກໃນສະໄໝສົງຄາມຈໍານວນໜຶ່ງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນັກຮົບເກົ່າຫວຽດນາມ ໃຫ້ກົມນະໂຍບາຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ - ຫ້ອງການຄະນະຊີ້ນຳແຫ່ງຊາດ 515. ກົມນະໂຍບາຍ ໄດ້ຊີ້ນຳບັນດາອົງການ, ກົມກອງ, ທ້ອງຖິ່ນດໍາເນີນການກວດກາຢັ້ງຢືນຕົວຕົນ ແລະໄດ້ຮັບຂໍ້ມູນກ່ຽວກັບຍາດຕິພີ່ນ້ອງທີ່ກ່ຽວຂ້ອງເຖິງວັດຖຸລະນຶກຢູ່ບັນດາແຂວງ, ຄື: ນາມດິ້ງ, ທ໊າຍບິ່ງ, ຮືງອຽນ...
ການນຳກົມນະໂຍບາຍ ໄດ້ສົ່ງຄຳຂອບໃຈ ແລະຫວັງວ່າ ອົງການທີ່ກ່ຽວຂ້ອງຂອງອາເມລິກາ ຈະສືບຕໍ່ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ພິເສດໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ... ປະກອບສ່ວນສ້າງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະອາເມລິກາ ຕາມເນື້ອໃນຈິດໃຈ “ປະອະດີດຕະການໄວ້, ມຸ່ງໄປເຖິງອະນາຄົດ”, ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງການພົວພັນ ຫວຽດນາມ-ອາເມລິກາ ເປັນປົກກະຕິຢ່າງມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ