ກອງຮ້ອຍສືບຂ່າວຂອງພວກຂ້າພະເຈົ້າ ໄດ້ສົ່ງໄປປະຕິບັດໜ້າທີ່ກ່ອນ ເພື່ອກະກຽມສະໜາມຮົບ. ຈາກສໍານັກບັນຊາຢູ່ເມືອງລາວງາມ (ແຂວງສາລະວັນ), ພວກຂ້າພະເຈົ້າ ຂ້າມຜ່ານເຂດຕິດຕໍ່ກັນເຂົ້າໄປປາກຊອງ ແບບປິດລັບ.  ໃກ້ຊິແຈ້ງແມ່ນໄປຮອດຕີນພູພາກເໜືອຂອງເທດສະບານເມືອງ. ສັງເກດເຫັນວ່າ ໃນຈອມພູມີວັດຮ້າງຫຼັງໜຶ່ງ, ພວກຂ້າພະເຈົ້າ ໄດ້ຕັດສິນໃຈເລືອກເອົາເປັນບ່ອນຕັ້ງທັບ. ຮຸ່ງເຊົ້າ, ສາມາດຢຶດໄດ້ບ່ອນສັງເກດການ, ພວກຂ້າພະເຈົ້າ ເຫັນບັນດາການເຄື່ອນໄຫວໃນເທດສະບານ ເມືອງ ແລະບັນດາຈຸດສູງທີ່ຢູ່ອ້ອມຂ້າງຢ່າງຊັດເຈນ. ອ້າຍນ້ອງ ແບ່ງວຽກໃຫ້ກັນທັງເກັບກໍາສະພາບການທັງແຕ້ມແຜນທີ່ເທດສະບານເມືອງປາກຊອງ.

ປາກຊອງ ເປັນເທດສະບານທີ່ສວຍງາມ, ຫ່າງຈາກນະຄອນປາກເຊ, ເມືອງເອກຂອງພາກໃຕ້ລາວ ໄປທາງທິດຕາເວັນອອກ 50 ກວ່າກິໂລແມັດ, ມີປະຊາກອນອາໄສຢູ່ໜາແໜ້ນ. ພາຍຫຼັງທີ່ເສຍເທດສະບານແຂວງອັດຕະປື (ແຂວງອັດຕະປື), ບັກ ພັນເອກ ຄໍາກອມ ເຈົ້າແຂວງອັດຕະປື ແລະພວກທະຫານແຕກທັບ ພາກັນແລ່ນປົບໜີໄປຕັ້ງສໍານັກບັນຊາການເຄື່ອນໄຫວຢູ່ບໍລິເວນ. ພວກມັນ ໄດ້ຈັດວາງບັນດາກອງພັນນ້ອຍທະຫານຮາບ ປິ່ນອ້ອມເທດສະບານເມືອງ ແລະສະໜາມບິນ ເພື່ອປ້ອງກັນປາກຊອງ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຍືຮວ່ຽນ (ຢູ່ກາງ) ຢ້ຽມຢາມກອງບັນຊາການທະຫານແຂວງ ໄຊຍະບູລີ (ລາວ), ປີ 1998. ພາບ: qdnd.vn

ປະມານ 8 ໂມງເຊົ້າ, ພວກຂ້າພະເຈົ້າ ໄດ້ຍິນສຽງປືນແຕກຢູ່ເທດສະບານເມືອງ, ເບິ່ງຜ່ານກ້ອງສ່ອງສັງເກດເຫັນວ່າ ມີຄົນເປັນກຸ່ມແລ່ນຊຸນລະມຸນວຸ້ນວາຍ. ຂ້າພະເຈົ້າ ບອກອ້າຍນ້ອງຕິດຕາມສະພາບການຢ່າງໃກ້ຊິດ. ປະມານເຄິ່ງຊົ່ວໂມງຕໍ່ມາ, ມີສະຫາຍໜຶ່ງ ລາຍງານວ່າ: “ມີສອງຄົນ ພວມແລ່ນໄປຕາມທິດເສັ້ນທາງເກົ່າຂຶ້ນມານີ້, ຍັງບໍ່ທັນຮູ້ວ່າເປັນປະຊາຊົນ ຫຼື ສັດຕູ”.

ຂ້າພະເຈົ້າ ໄດ້ສັ່ງໃຫ້ອ້າຍນ້ອງ ສືບຕໍ່ຕິດຕາມ ແລະກຽມພ້ອມສູ້ຮົບ. ສອງສາມນາທີຕໍ່ມາ, ພວກຂ້າພະເຈົ້າ ເຫັນແຈ້ງວ່າ ນັ້ນແມ່ນຄູ່ບ່າວສາວທີ່ຍັງໜຸ່ມ. ທຸກຄົນ ໃຫ້ຂໍ້ສັງເກດວ່າ ແມ່ນປະຊາຊົນຂອງເທດສະບານເມືອງ ເພາະວ່າ ເຂົາເຈົ້າ ຮູ້ທາງດີພໍສົມຄວນ.

ລໍຖ້າເຂົາເຈົ້າ ເຂົ້າມາໃນເຂດວາງກໍາລັງພົນ, ຂ້າພະເຈົ້າ ສົ່ງສັນຍານໃຫ້ສະຫາຍສອງຄົນ ຈັບກຸ່ມ, ບໍ່ໃຫ້ເຂົາເຈົ້າຮ້ອງ. ຖືກຈັບໂດຍບັງເອີນ, ໜ້າຕາຂອງເຂົາເຈົ້າ ເຫຼືອງມ້ານໄປໝົດເບິ່ງພວກຂ້າພະເຈົ້າດ້ວຍຄວາມຢ້ານກົວ. ຂ້າພະເຈົ້າ ບອກສະຫາຍ ຟຸ່ງຫງອັກຮວ່າ ແລະສະຫາຍ ຫງວຽນວັນຕ໊ຽນ (ເກັ່ງພາສາລາວ) ອະທິບາຍກັບເຂົາເຈົ້າວ່າ ພວກຂ້າພະເຈົ້າແມ່ນທະຫານປົດປ່ອຍລາວ, ແຕ່ເຂົາເຈົ້າ ຍັງຢ້ານຢູ່.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຍືຮວ່ຽນ ພ້ອມດ້ວຍພະນັກງານກົມສູ້ຮົບກອງທັບປະຊາຊົນລາວ ສໍາຫຼວດພູມີປະເທດ ຢູ່ທົ່ງໄຫຫີນຊຽງຂວາງ, ປີ 1998. ພາບ: qdnd.vn

ເມື່ອຮູ້ວ່າ ເຂົາເຈົ້າ ແລ່ນໜີສັດຕູຂຶ້ນມານີ້, ພວກຂ້າພະເຈົ້າ ມີຄວາມເຫັນອົກເຫັນໃຈກັບເຂົາເຈົ້າ ເພາະວ່າ ນີ້ກໍແມ່ນວິທີຕ້ານຄືນສັດຕູ. ຂ້າພະເຈົ້າ ບອກອ້າຍນ້ອງອະທິບາຍໃຫ້ເຂົາເຈົ້າ ເຂົ້າໃຈກ່ຽວກັບນະໂຍບາຍ, ໜ້າທີ່, ຈຸດປະສົງຂອງແນວລາວຮັກຊາດ ແລະກອງທັບປົດປ່ອຍລາວ. ເຂົາເຈົ້າ ຍັງລັງເລ ຍ້ອນຮູ້ວ່າ ພວກຂ້າພະເຈົ້າ ເປັນຄົນຫວຽດ, ເຊິ່ງ ແຕ່ໃດໆມາ ສັດຕູ ຍັງໂຄສະນາວ່າ “ແກວ (ຄົນຫວຽດ) ກິນຊີ້ນຄົນ”.

ກາຍຕອນທ່ຽງມາແລ້ວ, ຂ້າພະເຈົ້າ ເອົາບີດົງນໍ້າ ແລະອາຫານແຫ້ງມາ ໃຫ້ສອງຄົນ ແຕ່ເຂົາເຈົ້າຍັງຢ້ານ, ຍັງບໍ່ກ້າກິນ. ເຫັນເປັນແນວນັ້ນ, ຂ້າພະເຈົ້າ ຈຶ່ງເອົາມີດປາດຖົງນອກອອກ ຕັດເປັນຕອນນ້ອຍໆແລ້ວ ກິນໃຫ້ເຂົາເຈົ້າເບິ່ງ ພ້ອມທັງໄຂບີດົງນໍ້າມາດື່ມ. ໃນເວລານັ້ນ ເຂົາເຈົ້າ ຈຶ່ງກ້າກິນ. ຕອນບ່າຍ, ພວກຂ້າພະເຈົ້າ ໄດ້ສຸມໃສ່ກໍານົດທິດເພື່ອຮອດກາງຄືນມາແມ່ນໄປສືບຂ່າວ, ຂຶ້ນແຜນການບຸກໂຈມຕີໃຫ້ແກ່ກົມກອງ. ຍິ່ງໃກ້ຊິຮອດຕອນຄໍ່າຍຸງກໍຍິ່ງຫຼາຍ. ພວກຂ້າພະເຈົ້າ ໄດ້ເອົານໍ້າມັນທາກັນຍຸງ, ກັນທາກ ໃຫ້ເຂົາເຈົ້າ ທານໍາກັນ. ທັງສອງຄົນກະລຸກກະລົນຟ້າວຂອບໃຈ.

ຖາມເລື່ອງເຂົາເຈົ້າ, ພວກຂ້າພະເຈົ້າ ຮູ້ໄດ້ວ່າແຫຼ່ງໄຟຟ້າທີ່ສະໜອງໃຫ້ເທດສະບານເມືອງ ແມ່ນອີງໃສ່ເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ. ຖ້າເຮົາ ບຸກໂຈມຕີ, ຕັດຂາດແຫຼ່ງສະໜອງໄຟຟ້ານີ້ລະບົບຂໍ້ມູນຂ່າວສານຂອງສັດຕູ ອາດຈະຖືກຕັດຂາດ.

ໄດ້ອະທິບາຍ, ໄຈ້ແຍກ, ເຂົາເຈົ້າ ຈຶ່ງເຂົ້າໃຈວ່າ ຄົນຫວຽດນາມ ບໍ່ແມ່ນຄືຄວາມສັດຕູໂຄສະນາ. ຟ້າມືດແລ້ວ ພວກຂ້າພະເຈົ້າ ອະນຸຍາດໃຫ້ເຂົາເຈົ້າກັບບ້ານ, ແລ້ວຕັກເຕືອນເຂົາເຈົ້າວ່າ ຕ້ອງຮັກສາຄວາມລັບກ່ຽວກັບການພົບປະໃນມື້ນີ້. ກົງກັນຂ້າມກັບຄວາມຢ້ານກົວໃນຕອນທຳອິດ, ທັງສອງລ້ວນແຕ່ມີຄວາມສະໜິດສະໜົມ, ຈັບມືພວກຂ້າພະເຈົ້າແໜ້ນ. ການໄປປະຕິບັດງານນັ້ນ, ພວກຂ້າພະເຈົ້າ ປະຕິບັດສໍາເລັດໜ້າທີ່ຢ່າງດີເລີດ. ສິ່ງທີ່ມ່ວນກວ່າອີກ ນັ້ນແມ່ນຜ່ານເວລາອັນສັ້ນໆ, ພວກຂ້າພະເຈົ້າ ໄດ້ເຮັດໃຫ້ຄູ່ບ່າວສາວຊາວ ລາວ ແລະຫຼັງຈາກນັ້ນແມ່ນປະຊາຊົນທຸກຄົນທີ່ຢູ່ໃນບ້ານ ເຂົ້າໃຈຢ່າງຈະແຈ້ງກ່ຽວກັບທະຫານປົດປ່ອຍ-ທະຫານລຸງໂຮ່.

ໂດຍ: ໄຊຊະນະ