ກອງປະຊຸມສໍາມະນາມີຜູ້ແທນເກືອບ 300 ຄົນເຂົ້າຮ່ວມໂດຍກົງ ແລະມີຜູ້ແທນ 250 ກວ່າຄົນເຂົ້າຮ່ວມທາງອອນລາຍ; ມີນັກປາຖະກະຖາ ເກືອບ 50 ຄົນ, ເຊິ່ງແມ່ນບັນດານັກຊ່ຽວຊານມີອິດທິພົນຊື່ສຽງທີ່ມາຈາກ 23 ປະເທດ ແລະອົງການຈັດຕັ້ງສາກົນ; ພ້ອມດ້ວຍຜູ້ແທນເກືອບ 100 ຄົນທີ່ມາຈາກອົງການຕາງໜ້າຕ່າງປະເທດ ປະຈໍາຫວຽດນາມ... ກອງປະຊຸມສໍາມະນາໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍ, ໃນນັ້ນມີການຮັກສາ, ປັບປຸງບັນດາບັນທັດຖານຂອງກົດໝາຍສາກົນ ເພື່ອກໍານົດຈິນຕະນາການຢູ່ທະເລຕາເວັນອອກ, ຮັບມືກັບບັນດາການແກ່ງແຍ້ງທີ່ມີຢູ່ແລ້ວ ກໍ່ຄືບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນ, ໃນສະພາບປີ 2024 ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ມີຜົນສັກສິດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາຄວາມເຫັນທີ່ກອງປະຊຸມສໍາມະນາໄດ້ເຫັນດີເປັນເອກະພາບກັນວ່າ, ເຖິງວ່າຈະມານະພະຍາຍາມຫຼາຍຢ່າງ ເພື່ອຄຸ້ມຄອງການປະທະກັນກໍ່ຕາມ, ແຕ່ທະເລຕາເວັນອອກ ຍັງແມ່ນຈຸດຮ້ອນ, ດ້ວຍບັນດາບັນຫາຂັດແຍ້ງຜືນແຜ່ນດິນ ແລະຄວາມແຕກຕ່າງກັນໃນການຮຽກຮ້ອງທວງທະເລ, ພ້ອມກັບສະພາບຫັນເປັນການທະຫານຢູ່ພາກພື້ນ. ຕໍ່ໜ້າສະພາບການດັ່ງກ່າວ, ທຸກຝ່າຍຕ້ອງຢຶດໝັ້ນຮັກສາສັນຕິພາບ ແລະການທູດ; ຮັກສາການແລກປ່ຽນ, ການສົນທະນາ. ການປະຕິບັດຕາມຫຼັກການ ແລະບັນທັດຖານທີ່ໄດ້ຍອມຮັບຢ່າງກວ້າງຂວາງແມ່ນພື້ນຖານເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຂອງສາກົນ, ພ້ອມທັງ ກໍ່ເປັນຂອບເຂດລວມເພື່ອໃຫ້ບັນດາປະເທດແກ້ໄຂການແກ່ງແຍ້ງໂດຍສັນຕິວິທີ ແລະຮ່ວມມື.

ເປັນຄັ້ງທໍາອິດ ເລື່ອງຫວຽດນາມ ສະເໜີສະໝັກຮັບເລືອກຕັ້ງເປັນຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS) ອາຍຸການ 2026-2035 ໄດ້ຢືນຢັນຄືນໃໝ່ວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ ITLOS; ພ້ອມກັນນັ້ນ, ກໍສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຮງ, ຢຶດໝັ້ນຕໍ່ກັບUNCLOS ເວົ້າສະເພາະ ແລະການປະຕິບັດຕາມກົດບັດ ສປຊ ແລະກົດໝາຍສາກົນເວົ້າລວມ.

ກອງປະຊຸມສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 16 ໄດ້ດໍາເນີນໃນວັນທີ 23-24 ຕຸລາ, ດ້ວຍ 7 ວາລະປຶກສາຫາລືຕົ້ນຕໍ ແລະ 2 ວາລະປະຊຸມ, ດ້ວຍບົດຄວາມເຫັນທີ່ສຳຄັນຂອງຜູ້ພິພາກສາ Horinouchi Hidehisa ຈາກ ITLOS ແລະບັນດາເຈົ້າໜ້າທີ່ຂັ້ນສູງຈາກຫຼາຍປະເທດ ເຊັ່ນ: ອັງກິດ, ອົດສະຕາລີ, ການາດາ, ອິນໂດເນເຊຍ ...

ໂດຍ: ຈາງຫງວຽນ