ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ປີ 2022, ກອງທັບປະຊາຊົນຫວຽດນາມ ໄດ້ປະຕິບັດສໍາເລັດບັນດາໜ້າທີ່ຢ່າງຮອບດ້ານ ແລະໄດ້ຮັບການຕີລາຄາສູງຈາກທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາສະຫາຍການນໍາພັກ, ລັດ. ຂໍທ່ານລັດຖະມົນຕີ ໃຫ້ຮູ້ບາງໝາກຜົນພົ້ນເດັ່ນ?

ພົນເອກ ຟານວັນຢາງ: ປີ 2022, ທົ່ວກອງທັບ ໄດ້ຜັນຂະຫຍາຍການປະຕິບັດໜ້າທີ່ໃນສະພາບການໂລກ, ພາກພື້ນ ມີການຜັນແປຢ່າງໄວວາ, ສັບສົນ, ຄາດເດົາໄດ້ຍາກ. ພາຍຫຼັງ 2 ປີໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19, ໂລກ ເກີດການປະທະກັນດ້ານການທະຫານ ຢູ່ຫຼາຍແຫ່ງ, ໂດຍສະເພາະແມ່ນການປະທະກັນດ້ານການທະຫານລະຫວ່າງລັດເຊຍ ແລະຢູແກຣນ ແກ່ຍາວໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ ແລະກວ້າງຂວາງ, ຮອບດ້ານເຖິງທຸກປະເທດ. ຢູ່ພາຍໃນປະເທດ, ພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ ແລະຍູ້ຖອຍ, ທົ່ວປະເທດ ກັບຄືນສູ່ສະພາບປົກກະຕິໃໝ່ດ້ວຍການຈັດຕັ້ງຫຼາຍກິດຈະກຳ, ເຫດການຕ່າງໆ; ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ໄດ້ຍາດແຍ່ງກາລະໂອກາດ, ໝູນໃຊ້ເວລາ, ຄວາມມານະພະຍາຍາມ ສູ້ຊົນ, ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງໃນທຸກຂົງເຂດ. ແຕ່ວ່າ ພວກເຮົາ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ; ບັນດາອິດທິກໍາລັງປໍລະປັກ, ປະຕິການ ເພີ່ມທະວີການຕ້ານທໍາລາຍພັກ, ລັດ, ກອງທັບ ດ້ວຍເລ່ລ່ຽມທີ່ແນບນຽນເລິກແລບ; ໄພທໍາມະຊາດ, ໂລກລະບາດ ຜັນແປຢ່າງສັບສົນ; ລາຄາສິນຄ້າທີ່ຈຳເປັນບາງປະເພດ ເພີ່ມຂຶ້ນ, ສົ່ງຜົນສະທ້ອນເຖິງທຸກດ້ານໃນຊີວິດສັງຄົມ ແລະໜ້າທີ່ການທະຫານ, ການປ້ອງກັນຊາດ.

leftcenterrightdel
ພົນເອກ ຟານວັນຢາງ. ພາບ: ຈ້ອງຫາຍ.

ໃນສະພາບການນັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ, ນໍາພາທົ່ວກອງທັບ ສາມັກຄີ, ເປັນເອກະພາບ, ເປັນເຈົ້າການ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມສູ້ຊົນ, ປະຕິບັດສໍາເລັດຮອບດ້ານບັນດາຄາດໝາຍ, ໜ້າທີ່ປີ 2022 ບັນລຸໝາກຜົນສູງກວ່າປີ 2021, ບາງໜ້າທີ່ໄດ້ຮັບຜົນສໍາເລັດຢ່າງດີເດັ່ນ, ດ້ວຍຫຼາຍຂີດໝາຍພົ້ນເດັ່ນ.

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມຄະນະພັກການທະຫານສູນກາງ ແລະກອງປະຊຸມການເມືອງ-ການທະຫານທົ່ວກອງທັບ ປີ 2022, ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ ໄດ້ຍ້ອງຍໍຊົມເຊີຍຄວາມຮັບຜິດຊອບ, ເປັນເຈົ້າການ, ຄວາມຕັດສິນໃຈດ້ານການເມືອງສູງ ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທົ່ວກອງທັບ ໃນການຜັນຂະຫຍາຍປະຕິບັດໜ້າທີ່; ຮັກສາຫຼັກການ, ຄວາມສາມັກຄີເປັນເອກະພາບ, ເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍປະຊາທິປະໄຕ, ຍົກສູງຄວາມຮັບຜິດຊອບ, ມີການປ່ຽນແປງໃໝ່ດ້ານວິທີ, ແບບແຜນການເຮັດວຽກ, ກ້າຄິດ, ກາເວົ້າ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບ, ກະທໍາເພື່ອຜົນປະໂຫຍດລວມ; ເດັດດ່ຽວແກ້ໄຂຈຸດອ່ອນ; ຄັດເລືອກໜ້າທີ່ຈຸດສຸມ, ຫຼັກແຫຼ່ງ, ຂອດບຸກທະລຸຢ່າງຖືກຕ້ອງ, ສຸມໃສ່ຊີ້ນໍາ, ນໍາພາຢ່າງຂ້ຽວຂາດ ດ້ວຍບັນດາ ມາດຕະການຄົບຊຸດ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ, ສ້າງການຫັນປ່ຽນຢ່າງຮອບດ້ານ, ໝັ້ນແກ່ນໃນວຽກງານທຸກດ້ານ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາສະຫາຍການນໍາພັກ, ລັດ ລ້ວນແຕ່ຢັ້ງຢືນວ່າ ໃນສະພາບການໃດ ພະນັກງານ, ນັກຮົບ ກອງທັບ ຍາມໃດກໍຢຶດໝັ້ນ, ສາມັກຄີເປັນເອກະພາບ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ; ຕີລາຄາສູງບົດບາດຂອງກອງທັບ ໃນການເປັນເສນາທິການຍຸດທະສາດໃຫ້ພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ, ແກ້ໄຂບັນດາກໍລະນີຢ່າງທັນການ ແລະມີປະສິດທິຜົນ, ໂດຍສະເພາະແມ່ນຈຸດເວລາສະດຸ້ງໄວ, ສັບສົນ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

ນັກຂ່າວ: ເນື່ອງໃນໂອກາດລະດູບານໃໝ່, ຂໍໃຫ້ທ່ານລັດຖະມົນຕີ  ແບ່ງປັນສິ່ງທີ່ທ່ານຮູ້ສຶກປະທັບໃຈໃນການຊີ້ນໍາ ແລະກວດກາທົ່ວກອງທັບ ປະຕິບັດໜ້າທີ່ປີ 2022?

ພົນເອກ ຟານວັນຢາງ: ປີ 2022, ວຽກງານທຸກດ້ານຂອງທົ່ວກອງທັບ ມີການຫັນປ່ຽນຢ່າງຕັ້ງໜ້າ, ປະກອບສ່ວນຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະພັດທະນາປະເທດ. ຈັດຕັ້ງການຝຶກແອບ, ຊ້ອມຮົບທີ່ໃກ້ຊິດຕິດແທດກັບການສູ້ຮົບຕົວຈິງ, ໃນທຸກເງື່ອນໄຂພູມີປະເທດ, ອາກາດ. ພິເສດແມ່ນການຝຶກຊ້ອມຍິງລູກປືນແທ້ທີ່ຈັດຕັ້ງຢູ່ແຂວງແຄ໋ງຮວ່າ ໄດ້ປະສົບຜົນສໍາເລັດ; ການສົມທົບກັນຝຶກຊ້ອມທະຫານຕີພິເສດ ຫວຽດນາມ-ລາວ; ການຝຶກຊ້ອມກູ້ຊີບກູ້ໄພ ຫວຽດນາມ-ລາວ-ກໍາປູເຈຍ ຮັບປະກັນຄວາມປອດໄພ 100%; ເປັນເຈົ້າພາບຈັດຕັ້ງການແຂ່ງຂັນຍິງປືນກອງທັບບົກອາຊຽນ, ການແຂ່ງຂັນ “ກູ້ໄພສຸກເສີນ” ໃນຂອບເຂດການແຂ່ງຂັນກິລາການທະຫານສາກົນ (Army Games) 2022 ສໍາເລັດ.

leftcenterrightdel
ເຮືອບິນສູ້ຮົບ Su-30MK2 ຂອງທະຫານອາກາດປະຊາຊົນຫວຽດນາມ ບິນສະແດງທີ່ພິທີເປີດງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022. ພາບ: ຝູເຊີນ.

ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ແມ່ນປີປະສົບຜົນສໍາເລັດທັງສອງຝ່າຍ, ຫຼາຍຝ່າຍ ແລະບັນດາເຫດການໃຫຍ່. ຈັດຕັ້ງສໍາເລັດງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີໜຶ່ງ, ເປີດໂອກາດຮ່ວມມືພັດທະນາອຸດສາຫະກໍາປ້ອງກັນຊາດ ແລະຈັດຕັ້ງສໍາເລັດລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີໜຶ່ງ ເຊິ່ງໄດ້ຮັບການຕີລາຄາສູງຈາກຫາງສຽງພາຍໃນປະເທດ ແລະສາກົນ; ສືບຕໍ່ສົ່ງກອງຊ່າງແສງເລກ 1, ໂຮງໝໍສະໜາມ ຂັ້ນ 2 ເລກ 4 ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ, ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກທ່ານເລຂາທິການໃຫຍ່ສະຫະປະຊາຊາດ ວ່າ ກອງທັບປະຊາຊົນຫວຽດນາມ ເປັນກອງທັບທີ່ພົ້ນເດັ່ນໃນການຮັກສາສັນຕິພາບ, ສາມາດຢັ້ງຢືນໄດ້ຖານະບົດບາດ ແລະອິດທິພົນຊື່ສຽງຂອງກອງທັບປະຊາຊົນຫວຽດນາມ ແລະປະເທດຫວຽດນາມ ໃນເວທີສາກົນ...

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ການກໍານົດທິດທາງ, ໜ້າທີ່ຈຸດສຸມຂອງກອງທັບເຮົາ ໃນປີ 2023 ມີິເນື້ອໃນຫຍັງແດ່ທີ່ຕ້ອງເນັ້ນໜັກ?

ພົນເອກ ຟານວັນຢາງ: ກອງປະຊຸມຄະນະພັກການທະຫານສູນກາງ ແລະກອງປະຊຸມການເມືອງ-ການທະຫານທົ່ວກອງທັບ ໄດ້ກໍານົດຢ່າງຈະແຈ້ງທິດທາງ, ໜ້າທີ່ຈຸດສຸມ ໃນປີ 2023.

ປີ 2023 ເປັນປີບານພັບແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI,  ຄວາມສະດວກແມ່ນພື້ນຖານ ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໂດຍສະເພາະແມ່ນສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ນັບມື້ນັບໃຫຍ່ຂຶ້ນ. ກອງທັບສືບຕໍ່ປັບປຸງການຈັດຕັ້ງກໍາລັງ, ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ກ່ຽວກັບວຽກງານແນວຄິດ, ການຈັດຕັ້ງ ແລະນະໂຍບາຍ. ສະນັ້ນ, ຄຽງຂ້າງການສືບຕໍ່ມານະພະຍາຍາມປະຕິບັດບັນດາໜ້າທີ່ປະຈໍາຢ່າງມີໄຊ, ພິເສດແມ່ນຍາມໃດກໍເປັນເຈົ້າການ, ກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການຍຸດທະສາດ ໃຫ້ພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດຢ່າງທັນການ, ປົກປັກຮັກສາປະເທດຊາດ ໄວ້ຢ່າງໝັ້ນຄົງ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ ແລະເປັນເຈົ້າການປົກປັກຮັກສາປະເທດຊາດ ຕັ້ງແຕ່ຫົວທີ, ແຕ່ທາງໄກ; ທົ່ວກອງທັບ ຄວນສຸມໃສ່ປະຕິບັດບາງເນື້ອໃນທີ່ມີລັກສະນະເປັນຂໍກະແຈ ໃຫ້ດີ.

ທີໜຶ່ງແມ່ນ, ສືບຕໍ່ຜັນຂະຫຍາຍການປະຕິບັດບັນດາແຜນນະໂຍບາຍ, ຄຳສັ່ງຊີ້ນໍາຂອງສູນກາງ ກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະບັນດາມະຕິຂອງຄະນະພັກການທະຫານສູນກາງ ໃນວຽກງານທຸກດ້ານຢ່າງເຂັ້ມງວດ, ມີປະສິດທິຜົນ. ຮັກສາ ແລະເພີ່ມທະວີການນໍາພາຢ່າງເດັດຂາດ, ໂດຍກົງໃນວຽກງານທຸກດ້ານຂອງພັກ ຕໍ່ກັບກອງທັບ. ເອົາໃຈໃສ່ກໍ່ສ້າງກອງທັບ ໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບ, ຮັບປະກັນໃຫ້ກອງທັບຍາມໃດກໍຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມຢ່າງເດັດຂາດ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ. ສຸມໃສ່ກໍ່ສ້າງອົງຄະນະພັກກອງທັບ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ສາມັກຄີ, ເສີມຂະຫຍາຍບົດບາດນໍາພາໃຫ້ດີ; ເອົາໃຈໃສ່ວຽກງານຕິດຕາມກວດກາເພື່ອເປັນເຈົ້າການ ສະກັດກັ້ນການກະທໍາຜິດ. ບໍ່ວ່າໃນສະພາບການໃດ, ເຖິງແມ່ນວ່າປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການກໍຕາມ ກໍຕ້ອງຮັກສາ ແລະເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ກໍ່ສ້າງອົງຄະນະພັກກອງທັບ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນ, ເປັນແບບຢ່າງໃນທົ່ວພັກ - ຄືດັ່ງຄວາມຮຽກຮ້ອງຕ້ອງການຂອງສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ.

ທີສອງແມ່ນ, ປະຕິບັດຫົວຂໍ້ “ປີປັບປຸງການຈັດຕັ້ງກໍາລັງ” ໃຫ້ມີປະສິດທິຜົນ; ຜັນຂະຫຍາຍມະຕິ ເລກທີ 5 ຂອງກົມການເມືອງ ຊຸດທີ XIII ແລະມະຕິເລກທີ 230 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການຈັດຕັ້ງກອງທັບ ໄລຍະ 2021-2030 ແລະຊຸມປີຕໍ່ໄປຢ່າງເຂັ້ມງວດ, ບົນຈິດໃຈແມ່ນເຮັດຢ່າງຂ້ຽວຂາດ, ໜັກແໜ້ນ, ແຕ່ບໍ່ປະໝາດ; ສົມທົບວຽກງານແນວຄິດ, ການຈັດຕັ້ງພະນັກງານບັນຈຸ, ວຽກງານນະໂຍບາຍໃນວິວັດການປັບປຸງ. ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບການຝຶກແອບ, ການສຶກສາ-ກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ກໍ່ສ້າງ ແລະພັດທະນາອຸດສາຫະກໍາປ້ອງກັນຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ນັບມື້ນັບສູງຂຶ້ນ, ສ້າງການຫັນປ່ຽນອັນໜັກແໜ້ນກ່ຽວກັບການກໍ່ສ້າງລະບຽບແບບແຜນ, ປະຕິບັດລະບຽບວິໄນ ແລະປະຕິຮູບການບໍລິຫານດ້ານການທະຫານ.

ທີສາມແມ່ນ, ທົ່ວກອງທັບ ຕ້ອງກະກຽມທຸກດ້ານ, ຕັ້ງໜ້າ, ເປັນເຈົ້າການໃນການຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ຢ່າງມີໄຊ, ພິເສດແມ່ນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ໂລກລະບາດ, ອຸບັດຕິເຫດ, ຊອກຫາກູ້ຊີບ, ກູ້ໄພ...; ຊ່ວຍເຫຼືອປະຊາຊົນດ້ວຍຄວາມຮັບຜິດຊອບສູງສຸດ, ບໍ່ຫວາດຫວັ່ນຕໍ່ສິ່ງອັນຕະລາຍ, ຄວາມຫຍຸ້ງຍາກລໍາບາກ, ການເສຍສະຫຼະ, ອຸທິດສ່ວນເພື່ອປະຊາຊົນ, ເພື່ອປະເທດຊາດ; ຍາມໃດກໍແມ່ນກໍາລັງຫຼັກແຫຼ່ງແກ່ນສານ, ນໍາໜ້າໃນທຸກຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ; ສົມກັບອາລົມຈິດ ແລະຄວາມເຊື່ອໝັ້ນຂອງພັກ, ລັດ ແລະປະຊາຊົນທີ່ສະຫງວນໃຫ້ແກ່ກອງທັບ.

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີ, ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປີ 2023 ວາງອອກແມ່ນນັບມື້ນັບສູງຂຶ້ນ, ສະນັ້ນກອງທັບ ຈະຕ້ອງມີຄວາມມານະພະຍາຍາມກະໂດດຂັ້ນ ເພື່ອປະຕິບັດສຳເລັດໜ້າທີ່?

ພົນເອກ ຟານວັນຢາງ: ແມ່ນແລ້ວ! ນີ້ແມ່ນຄວາມຮຽກຮ້ອງຂອງພຶດຕິກໍາຕົວຈິງ, ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກ ແລະມະຕິກອງປະຊຸມໃຫຍ່ ອົງຄະນະພັກກອງທັບ ຄັ້ງທີ XI ໄດ້ກໍານົດ; ທັງແມ່ນຄວາມມຸ່ງມາດປາດຖະໜາ, ຄວາມມຸ່ງຫວັງຂອງພະນັກງານ, ນັກຮົບທົ່ວກອງທັບ ແລະປະຊາຊົນເຮົາ. ເປົ້າໝາຍຮອດປີ 2025 ກໍ່ສ້າງກອງທັບ ໃຫ້ກະທັດຮັດ, ຍອດຢ້ຽມ, ເຂັ້ມແຂງໂດຍພື້ນຖານ, ສ້າງປະຖົມປັດໄຈທີ່ໝັ້ນຄົງ, ສູ້ຊົນຮອດປີ 2030 ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ ແລະທັນສະໄໝ. ເວລາບໍ່ມີຫຼາຍ ແລະປີ 2023 ພວກເຮົາ ຕ້ອງປັບປຸງການຈັດຕັ້ງກໍາລັງຢ່າງຂ້ຽວຂາດ, ສ້າງບາດກ້າວບຸກທະລຸ ໃນວຽກງານທຸກດ້ານ ຈຶ່ງຮັບປະກັນປະຕິບັດບັນດາຄາດໝາຍ, ໜ້າທີ່ໃຫ້ຖືກຕາມຄວາມຄືບໜ້າ, ຂັ້ນຕອນຢ່າງມີໄຊ; ພ້ອມກັນນັ້ນຍາມໃດກໍຕ້ອງຮັບປະກັນໃຫ້ກອງທັບ ມີກໍາລັງແຮງຢ່າງພຽງພໍ ເພື່ອປະຕິບັດທຸກໜ້າທີ່ໃນສະພາບການໃໝ່ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 764 (ກອງບັນຊາການທະຫານແຂວງເງະອານ) ຊ່ວຍພໍ່ແມ່ປະຊາຊົນຕາແສງຕ່າກ້າ, ເມືອງກີ່ເຊີນ, ແຂວງເງະອານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນໍ້າແກ່ງນໍ້າຊຸ, ໃນເດືອນ ຕຸລາ ປີ 2022. ພາບ: ຮວາເລ.

ກອງທັບປະຊາຊົນຫວຽດນາມ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 80 ປີ (22-12-1944 / 22-12-2024); ພວກເຮົາ ຕ້ອງເຮັດແນວໃດ ເພື່ອໃຫ້ກອງທັບໝັ້ນຄົງເຂັ້ມແຂງ, ສົມກັບໄລຍະປະຫວັດສາດ 80 ປີແຫ່ງການສ້າງຕັ້ງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ສົມກັບພູມປັນຍາ, ເຫື່ອແຮງ ແລະການເສຍສະຫຼະເລືອດເນື້ອຂອງພະນັກງານ, ນັກຮົບຮຸ່ນຕ່າງໆ ທີ່ໄດ້ປະກອບສ່ວນກໍ່ສ້າງກອງທັບ, ສ້າງເປັນມູນເຊື້ອວິລະຊົນອັນສະຫງ່າລາສີຂອງກອງທັບເຮົາ ແລະຄຸນທາດທະຫານລຸງໂຮ່ ອັນສູງສົ່ງ. ນັ້ນແມ່ນສິ່ງທີ່ຮຽກຮ້ອງໃຫ້ພວກເຮົາ ຕ້ອງມານະພະຍາຍາມສູ້ຊົນກະໂດດຂັ້ນ.

ນັກຂ່າວ: ເນື່ອງໃນໂອກາດປີໃໝ່, ທ່ານລັດຖະມົນຕີ ມີສານຫຍັງແດ່ທີ່ສົ່ງເຖິງພະນັກງານ, ນັກຮົບທົ່ວກອງທັບ ແລະຄອບຄົວ, ແນວຫຼັງກອງທັບ?

ພົນເອກ ຟານວັນຢາງ: ຂ້າພະເຈົ້າເອງ ແລະບັນດາສະຫາຍການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມີຄວາມປິຕິຊົມຊື່ນຕໍ່ຄວາມສາມັກຄີ, ຄຸນນະທາດ, ເຈດຈໍານົງຕັດສິນໃຈ ແລະຜົນການປະຕິບັດສໍາເລັດໜ້າທີ່ຂອງທົ່ວກອງທັບ ໃນປີຜ່ານມາ.

ໃນໄລຍະຈະມາເຖິງ, ຄາດໝາຍ, ຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບແມ່ນຕ້ອງ “ກະທັດຮັດ, ຍອດຢ້ຽມ, ເຂັ້ມແຂງ”, ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ໃນນັ້ນມະນຸດ ເປັນປັດໄຈຕັດສິນຖືກຕາມແນວຄິດໂຮ່ຈີມິນ “ຄົນກ່ອນ, ປືນຕາມຫຼັງ”. ໝາຍຄວາມວ່າ ພົນທະຫານແຕ່ລະຄົນ ຕ້ອງປ່ຽນແປງໃໝ່ຕົນເອງ, “ຍົກລະດັບ” ໃນທຸກດ້ານ, ລວມທັງຄຸນທາດການເມືອງ, ຄຸນສົມບັດ, ສະຕິຈັດຕັ້ງປະຕິບັດລະບຽບວິໄນ, ກໍາລັງກາຍ, ສະຕິປັນຍາ, ທັກສະ,... ເພາະສະນັ້ນ ພະນັກງານ, ນັກຮົບທົ່ວກອງທັບ ຕ້ອງຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບໜ້າທີ່ ແລະຄວາມຕັດສິນໃຈ, ຕື່ນຕົວສູ້ຊົນ ເພື່ອ “ຍົກລະດັບ” ຕົນເອງ; ພ້ອມກັນນັ້ນ, ຄະນະພັກ, ຄະນະບັນຊາບັນດາອົງການ, ກົມກອງ ຕ້ອງຊາບຊຶມ ແລະຜັນຂະຫຍາຍການປະຕິບັດວຽກນີ້ໃຫ້ເປັນຢ່າງດີ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023, ຂ້າພະເຈົ້າ ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບ, ທະຫານອາຊີບ, ກໍາມະກອນ, ພາລະກອນປ້ອງກັນຊາດ ໃນທົ່ວກອງທັບ, ກໍາລັງທະຫານລາດ, ປ້ອງກັນຕົວ ທົ່ວປະເທດ ພ້ອມດ້ວຍຄອບຄົວ ຈົ່ງຢູ່ດີມີແຮງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ; ພ້ອມທັງສືບຕໍ່ສູ້ຊົນປະກອບເຫື່ອແຮງກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ປະຕິບັດສໍາເລັດທຸກໜ້າທີ່, ເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ຍາມໃດກໍສົມເປັນກໍາລັງປະຈັນບານ, ເປັນແບບຢ່າງ, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງພັກ, ລັດ ແລະປະຊາຊົນ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ໄຊຊະນະ