ຕິດປ້າຍໂຄສະນາ, ປ້າຍຄຳຂວັນຢູ່ຕໍ່ໜ້າຫໍວັດທະນະທໍາແຮງງານມິດຕະພາບ ຫວຽດນາມ-ລັດເຊຍ. ພາບ: qdnd.vn
ປະດັບປະດາຢູ່ຕາມເສັ້ນທາງສາຍຕ່າງໆ ດ້ວຍປ້າຍຄໍາຂວັນ, ປ້າຍໂຄສະນາ. ພາບ: qdnd.vn
ຫຼາຍສໍານັກງານ-ອົງການຕິດປ້າຍໂຄສະນາ, ປ້າຍຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ພາບ: qdnd.vn
ພາລະກອນຂອງພະແນກວັດທະນະທໍາ-ກິລາ ນະຄອນຮ່າໂນ້ຍ ຕິດປ້າຍໂຄສະນາ, ປ້າຍຄຳຂວັນຢູ່ຕາມເສັ້ນທາງສາຍຕ່າງໆ. ພາບ: qdnd.vn
ຕິດປ້າຍຄຳຂວັນ, ປ້າຍໂຄສະນາຂະໜາດໃຫຍ່ທີ່ມີເນື້ອໃນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢູ່ຕາມເສັ້ນທາງສາຍຕ່າງໆ. ພາບ: qdnd.vn
ປະຊາຊົນ ຖ່າຍຮູບຢູ່ຄຽງຂ້າງປ້າຍຄຳຂວັນ, ປ້າຍໂຄສະນາ. ພາບ: qdnd.vn
ຮູບພາບປ້າຍຄຳຂວັນ, ປ້າຍໂຄສະນາທີ່ປະດັບປະດາຍັງປະກອບສ່ວນຍົກສູງຄວາມຮັບຮູ້ຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ. ພາບ: qdnd.vn
ຢູ່ຕາມເສັ້ນທາງສາຍຕ່າງໆຂອງນະຄອນຫຼວງ ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ. ພາບ: qdnd.vn
ກປ.ອອນໄລ - ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ, ຢູ່ຕາມເສັ້ນທາງສາຍຕ່າງໆຂອງນະຄອນຫຼວງຮ່າໂນ້ຍ ໄດ້ມີການປະດັບປະດາດອກໄມ້, ດອກໄຟ, ທຸງຊາດ, ທຸງພັກ ແລະທຸງທິວ, ຕິດປ້າຍໂຄສະນາ, ປ້າຍຄຳຂວັນ, ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນໃນທົ່ວປວງຊົນ ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການປະດັບປະດາດອກໄມ້, ດອກໄຟ, ທຸງຊາດ, ທຸງພັກ ແລະທຸງທິວ ຢູ່ຕາມຈຸດຕ່າງໆຢ່າງສະຫງ່າງາມ.
ໂດຍ: ໄຊຊະນະ
Type the code from the image