ພາຍຫຼັງການຕິດຕາມ ແລະແນະນໍາໃຫ້ກົມກອງທີ່ຢູ່ເກາະນາມອຽດ, ພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ມະຫາຊົນທີ່ເປັນແບບຢ່າງເປັນກຽດໄດ້ຮັບເຂົ້າເປັນສະມາຊິກພັກຂອງພັກກອມມູນິດຫວຽດນາມ. ພາບ: qdnd.vn.
ສິ່ງທີ່ໜ້າເອກອ້າງທະນົງໃຈກວ່າສຳລັບພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ນັ້ນແມ່ນພິທີຮັບສະມາຊິກພັກ ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2019, ເຊິ່ງກົງກັບໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.
ພິທີຮັບສະມາຊິກພັກໄດ້ຈັດຕັ້ງຢ່າງເຄັ່ງຂຶມດ້ວຍການເຂົ້າຮ່ວມຂອງຜູ້ບັນຊາກົມກອງ. ພາບ: qdnd.vn.
ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ຢູ່ເກາະທີ່ຫ່າງໄກໄດ້ມີຂໍ້ຕົກລົງວ່າດ້ວຍການຮັບເອົາມະຫາຊົນທີ່ດີເດັ່ນ ໂດ໊ຈິ້ງເຕ້ວ ເຂົ້າເປັນສະມາຊິກພັກ . ພາບ: qdnd.vn.
ນີ້ກໍ່ແມ່ນບາດລ້ຽວສໍາຄັນໃນຊີວິດຂອງພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ. ພາບ: qdnd.vn.
ຄໍາປະຕິຍານຕົນທີ່ຈະແຈ້ງ ແລະໝັ້ນໃຈຂອງພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ. ພາບ: qdnd.vn.
ພາຍຫຼັງພິທີຮັບສະມາຊິກພັກ, ພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ໄດ້ບັນທຶກໄວ້ບັນດາຄວາມຮູ້ສຶກພິເສດຂອງຕົນໄວ້ໃນປຶ້ມບັນທຶກປະຈຳວັນ. ພາບ: qdnd.vn.
ໃນປຶ້ມບັນທຶກປະຈຳວັນ, ພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ໄດ້ຂຽນວ່າ “ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ຂ້າພະເຈົ້າໄດ້ກາຍເປັນສະມາຊິກພັກຢ່າງເປັນທາງການ. ນີ້ແມ່ນຂີດໝາຍສໍາຄັນທີ່ເປັນໜ້າຈົດຈໍາໃນຊີວິດຂອງຂ້າພະເຈົ້າ; ແມ່ນການຮັບຮູ້ຄວາມເຕີບໃຫຍ່ຂອງຕົນໃນບົດບາດເປັນນັກຮົບທີ່ຕັ້ງທັບຢູ່ເກາະທີ່ຫ່າງໄກ...” ພາບ: qdnd.vn.
ສະມາຊິກພັກສໍາຮອງ ໂດ໊ຈິ້ງເຕ້ວ ກັບປຶ້ມຄູ່ມືສະມາຊິກພັກທໍາອິດ. ພາບ: qdnd.vn
ໂດຍໄດ້ເຂົ້າເປັນສະມາຊິກພັກ ແມ່ນການຮັບຮູ້ຄວາມອົດທົນ, ຄວາມມານະພະຍາຍາມສູ້ຊົນຂອງພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ. ພາບ: qdnd.vn.
ໃນບັນດາກິດຈະກໍາຂອງກົມກອງ, ພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ຍາມໃດກໍ່ເປັນແບບຢ່າງນໍາໜ້າ. ພາບ: qdnd.vn.
ໃນວຽກງານຝຶກແອບ, ກຽມພ້ອມສູ້ຮົບ, ພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ກໍ່ມານະພະຍາຍາມປະຕິບັດໃຫ້ສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ພາບ: qdnd.vn.
ເຂົ້າເປັນສະມາຊິກພັກແລ້ວ, ພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ພ້ອມກັບເພື່ອນຮ່ວມກົມກອງຈະສືບຕໍ່ສູ້ຊົນ, ປະຕິບັດໃຫ້ສໍາເລັດໜ້າທີ່ຂອງນັກຮົບເຈື່ອງຊາ ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງສັກກາລະບູຊາຂອງປະເທດຊາດ ໃຫ້ເປັນຢ່າງດີ. ພາບ: qdnd.vn.
ກປ.ອອນໄລ - ໄດ້ເຂົ້າເປັນສະມາຊິກພັກຂອງພັກກອມມູນິດຫວຽດນາມ ແມ່ນຄວາມເອກອ້າງທະນົງໃຈຂອງບັນດາມະຫາຊົນທີ່ດີເດັ່ນ, ແຕ່ສິ່ງເຫຼົ່ານີ້ຍິ່ງພິເສດກວ່າ ເມື່ອພິທີຮັບສະມາຊິກພັກໄດ້ຈັດຂຶ້ນຢູ່ເມືອງເກາະເຈື່ອງຊາ, ໝູ່ເກາະແຫ່ງສັກກາລະບູຊາຂອງປະເທດຊາດ.
ໃນການໄປປະຕິບັດງານຢູ່ເມືອງເກາະເຈື່ອງຊາ ຫວ່າງແລ້ວນີ້, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ອອນລາຍ ໄດ້ມີໂອກາດເຂົ້າຮ່ວມພິທີຮັບພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ ເຂົ້າເປັນສະມາຊິກພັກຢູ່ເກາະນາມອຽດ ແລະຮັບຮູ້ບັນດາຂໍ້ມູນກ່ຽວກັບຂະບວນການສູ້ຊົນເພື່ອໃຫ້ໄດ້ເຂົ້າເປັນສະມາຊິກພັກຂອງລາວ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບຂີດໝາຍທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈໃນຊີວິດຂອງພົນທະຫານຊັ້ນ I ໂດ໊ຈິ້ງເຕ້ວ.
ໂດຍ: ທະນາພອນ
Type the code from the image