ລະບົບກະເຊົ້າລອຍຟ້າທັນສະໄໝ ນໍານັກທ່ອງທ່ຽວຂຶ້ນພູໄວກວ່າ ແລະຊົມພູຜາປ່າດົງ. ພາບ: qdnd.vn.
ວັດວ້ານລິງ ມີສະຖາປັດຕະຍະກໍາທີ່ສວຍງາມມີຄຸນຄ່າສິລະປະ, ຄວາມງາມສູງ. ພາບ: qdnd.vn.
ວັດພະພຸດທະເຈົ້າໃຫຍ່ ເບິ່ງອອກໄປຫາທາດຈໍາທາງຝັ່ງໜອງທຸ໋ຍລຽມ. ພາບ: qdnd.vn.
ຮູບປັ້ນພະພຸດທະເຈົ້າຢີລັກໃຫຍ່ທີ່ສຸດໃນອາຊີຢູ່ຈອມພູເກິ໊ມ. ພາບ: qdnd.vn.
ສີອິດຂອງດອກໄມ້ປົກຄຸມໄປທົ່ວບັນດາເຂດລະຫຼີ້ນ. ພາບ: qdnd.vn.
ບັນດາແຖວຕົ້ນໝາກພ້າວໃຫ້ຮົ່ມລຽບຕາມບັນດາເສັ້ນທາງຕ່າງໆ. ພາບ: qdnd.vn.
ປາປະດັບຢູ່ໜອງທຸ໋ຍລຽມ. ພາບ: qdnd.vn.
ລະບົບຮ້ານອາຫານສວຍງາມຊວນຝັນ, ສະຫງ່າໄດ້ແນະນໍາບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະພິເສດ. ພາບ: qdnd.vn.
ດອກໄມ້ສວຍງາມ. ພາບ: qdnd.vn.
ກປ.ອອນໄລ - ພູເກິ໊ມ ຍັງເອີ້ນວ່າແມ່ນທຽນເກິ໊ມເຊີນ ຫ່າງຈາກນະຄອນລອງຊວຽນ 62 ກິໂລແມັດ ໄປທາງທິດຕາເວັນຕົກ, ຂຶ້ນກັບຕາແສງອານຫ໋າວ, ເມືອງຕິ້ງບຽນ, ແຂວງອານຢາງ. ນີ້ແມ່ນຈອມພູສູງ 710 ແມັດ ເມື່ອທຽບໃສ່ລະດັບໜ້ານໍ້າທະເລ, ເຊິ່ງເປັນໜຶ່ງໃນບັນດາເຂດທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຂອງແຂວງອານຢາງ.
ພົ້ນເດັ່ນຢູ່ເຂດທ່ອງທ່ຽວນີ້ແມ່ນ ວັດວ້ານລິງ ມີຄວາມໂດດເດັ່ນແມ່ນທາດເກົ່າແກ່ທີ່ສະຫງ່າຜ່າເຜີຍ. ນອກຈາກນັ້ນຍັງມີສະຖານທີ່ທ່ອງທ່ຽວຫຼາຍບ່ອນຕື່ມອີກເປັນຕົ້ນແມ່ນວັດພະພຸດທະເຈົ້າໃຫຍ່, ວັດພະພຸດທະເຈົ້ານ້ອຍ, ເຂດລະຫຼີ້ນເລິມວຽນ ...
ພ້ອມກັບບັນດາກິດຈະກໍາສະຖາປັດຕະຍະກໍາດ້ານຈິດວິນຍານ ແລະເຂດລະຫຼີ້ນກວ້າງໃຫຍ່, ຫຼາຍຮູບຫຼາຍແບບ, ອຸດົມສົມບູນນັ້ນແມ່ນບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງທາງທິດຕາເວັນຕົກພາກໃຕ້ປຽບເໝືອນເປັນການຢາກຮຽກເຊີນ ແລະດຶງດູດນັກທ່ອງທ່ຽວຫຼາຍທີ່ສຸດແມ່ນໃນໂອກາດລະດູຮ້ອນ.
ໂດຍ: ກວຽດເຕິມ
Type the code from the image