ພະນັກງານຄ້າຍທະຫານຊາຍແດນອາຊານ, ສອນໜັງສືໃຫ້ເຍົາວະຊົນຊາວເຜົ່າເກີຕູ. ພາບ: qdnd.vn.
ພະນັກງານຄ້າຍທະຫານຊາຍແດນອາຊານ, ທະຫານຊາຍແດນແຂວງກວາງນາມ, ຊ່ວຍຊາວເຜົ່າເກີຕູ, ຕາແສງອາຊານ, ເມືອງໄຕຢາງ ເກັບກ່ຽວເຂົ້ານາ. ພາບ: qdnd.vn.
ລະດູເກັບກ່ຽວໄດ້ຮັບຜົນດີຂອງຊາວເຜົ່າເກີຕູ. ພາບ: qdnd.vn.
ກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າຢູ່ກັບເຮືອນໃຫ້ຊາວເຜົ່າເກີຕູ ທີ່ຕາແສງຊາຍແດນອານົງ, ເມືອງໄຕຢາງ, ແຂວງກວາງນາມ. ພາບ: qdnd.vn.
ພະນັກງານຄ້າຍທະຫານຊາຍແດນອານົງ, ສຶກສາມູນເຊື້ອໃຫ້ຊາວເຜົ່າເກີຕູ ໃນບໍລິເວນຕາແສງຊາຍແດນອານົງ, ເມືອງໄຕຢາງ. ພາບ: qdnd.vn.
ກປ.ອອນໄລ - ບໍ່ພຽງແຕ່ຕັ້ງໜ້າເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເຮັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີເທົ່ານັ້ນ, ບັນດາກົມກອງສັງກັດທະຫານຊາຍແດນແຂວງກວາງນາມ ຍັງໂຄສະນາ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃຫ້ຊາວຊົນເຜົ່າສ່ວນໜ້ອຍໃນບໍລິເວນເມືອງຊາຍແດນໄຕຢາງ ອີກດ້ວຍ.
ພິເສດ, ເລື່ອງຕັ້ງໜ້າສ້າງສາຍພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ໄດ້ປະກອບສ່ວນປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ຢ່າງມີປະສິດທິຜົນ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນອານົງ ແລະຄ້າຍທະຫານຊາຍແດນອາຊານ (ທະຫານຊາຍແດນແຂວງກວາງນາມ), ຍາມໃດກໍຄຽງບ່າຄຽງໄຫຼ່ໃກ້ຊິດຕິດແທດກັບບ້ານ ແລະຊ່ວຍເຫຼືອປະຊາຊົນ.
ໂດຍ: ເຈິ່ນຮວ່ຽນ
Type the code from the image