ກອງປະຊຸມ DGICM ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 1996 ຕາມກົນໄກຂອງກອງປະຊຸມປະຈຳປີ, ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດອາຊຽນ ປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະແລກປ່ຽນບົດຮຽນປະສົບການໃນວຽກງານຄຸ້ມຄອງການເຂົ້າອອກເມືອງ ແລະກົງສູນ. ກອງປະຊຸມຍັງຍົກອອກຂໍ້ລິເລີ່ມ, ມາດຕະການ ແລະກົນໄກ ແນໃສ່ເພີ່ມທະວີການຮ່ວມມືດ້ານການເຂົ້າອອກເມືອງຢູ່ໃນພາກພື້ນ ແລະນອກພາກພື້ນ, ເພື່ອແນໃສ່ປະກອບສ່ວນສ້າງເງື່ອນໄຂສະດວກ ໃຫ້ການໄປມາຂອງພົນລະເມືອງ ແລະຕໍ່ສູ້ຕ້ານການເຂົ້າອອກເມືອງຜິດກົດໝາຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: cadn.com.vn

ກອງປະຊຸມປີນີ້ມີຫົວຂໍ້ວ່າ: “ຄວາມສະຫງົບຮອບດ້ານ, ເພີ່ມທະວີການເຊື່ອມຕໍ່, ມຸ່ງໄປເຖິງອະນາຄົດ”. ໃນເວລາ 3 ວັນ, ກອງປະຊຸມຈະດຳເນີນ 6 ກອງປະຊຸມ ແລະເວທີປາໄສສຳຄັນ, ປຶກສາຫາລືກ່ຽວກັບບັນດາບັນຫາ: ການຄຸ້ມຄອງບັນດາດ່ານຊາຍແດນໃຫຍ່ຢູ່ໃນອາຊຽນ; ກົນໄກ ແລະມາດຕະການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຂົ້າອອກເມືອງໃນອາຊຽນ; ທ່າອ່ຽງ ແລະສິ່ງທ້າທາຍຂອງອາດຊະຍາກໍາທີ່ພາຜູ້ອົບພະຍົບຜິດກົດໝາຍໃນພາກພື້ນ; ປະສົບການໃນວຽກງານຄຸ້ມຄອງການເຂົ້າອອກເມືອງ ແລະກົງສູນ; ໂຄງການຮ່ວມມືບໍາລຸງສ້າງລະຫວ່າງອາຊຽນ ແລະອົດສະຕາລີ; ໂຄງການຮ່ວມມືລະຫວ່າງອາຊຽນ ກັບປະເທດ +3 (ຈີນ, ສ.ເກົາຫຼີ, ຍີ່ປຸ່ນ). ນອກຈາກນັ້ນ, ຍັງດໍາເນີນການພົບປະສອງຝ່າຍຢູ່ນອກກອງປະຊຸມ ແລະ ລາຍການພົບປະແລກປ່ຽນ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກອາຊຽນ.

ໂດຍ: ທູຈາງ