ທີ່ກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ຄັ້ງທີ 16, ທ່ານນາງລັດຖະມົນຕີ ດ່າວຮົ່ງລານ ໄດ້ກ່າວຄຳປາໄສທີ່ສຳຄັນ ໂດຍເນັ້ນໜັກເຖິງການເພີ່ມທະວີລະບົບສາທາລະນະສຸກພາຍຫຼັງການແຜ່ລະບາດຂອງພະຍາດໃນພາກພື້ນຜ່ານການເພີ່ມທະວີຄວາມກຽມພ້ອມຮັບມືຂອງການແພດຊຸມຊົນໃນການລົງທຶນເຂົ້າພື້ນຖານໂຄງລ່າງ ແລະເຕັກໂນໂລຊີການແພດ; ການຮ່ວມມື ແລະຄວາມສາມັກຄີໃນພາກພື້ນ.

ທີ່ກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ+3 ຄັ້ງທີ 10 ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງດ້ານສາທາລະນະສຸກອາຊຽນ” ຜ່ານການປ່ຽນແປງໃໝ່ດີຈີຕອນໃຫ້ບັນດາກໍລະນີສຸກເສີນດ້ານສຸຂະພາບຂ້າມຊາຍແດນໃນສະພາບການໃໝ່ຫຼັງພະຍາດໂຄວິດ-19, ທ່ານນາງລັດຖະມົນຕີ ດ່າວຮົ່ງລານ ໄດ້ສະເໜີກ່ຽວກັບການຊຸກຍູ້ບັນດາກາລະໂອກາດຮ່ວມມືຍົກລະດັບ, ປະສົມ, ເຊື່ອມຕໍ່ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມກັບການນຳໃຊ້ປັນຍາປະດິດເຂົ້າໃນວຽກງານປ້ອງກັນ, ຄວບຄຸມພະຍາດ ເພື່ອສາມາດປະຕິບັດວຽກງານປົກປັກຮັກສາສຸຂະພາບຂອງປະຊາຊົນ ແລະຮັບປະກັນຄວາມໝັ້ນຄົງດ້ານສາທາລະນະສຸກໃຫ້ດີກວ່າອີກ.

leftcenterrightdel
ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ແລະທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກລາວ. ພາບ: suckhoedoisong.vn

ທີ່ກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ - ສ.ເກົາຫຼີ ຄັ້ງທີ 2 ກ່ຽວກັບການຫັນເປັນດີຈີຕອນໃນການສົ່ງເສີມສຸຂະພາບ, ທ່ານນາງລັດຖະມົນຕີ ດ່າວຮົ່ງລານ ໄດ້ມີບົດກ່າວປາໄສໂດຍເນັ້ນໃສ່ບັນດາເນື້ອໃນຊຸກຍູ້ກົນໄກຮ່ວມມື, ປະສານສົມທົບກັນລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ກ່ຽວກັບການແພດດີຈີຕອນ, ໃນນັ້ນມີການຊ່ວຍເຫຼືອກວດ, ປິ່ນປົວພະຍາດ; ການຝຶກອົບຮົມທາງອອນໄລ; ການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັບການຮັບມືກັບໂລກພະຍາດຢ່າງທັນການ...

ທີ່ກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກ ອາຊຽນ - ຈີນ ຄັ້ງທີ 9 ກ່ຽວກັບການເພີ່ມທະວີລະບົບສາທາລະນະສຸກ ແລະການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ທ່ານນາງລັດຖະມົນຕີ ດ່າວຮົ່ງລານ ໄດ້ແບ່ງປັນກ່ຽວກັບລະບົບສາທາລະນະສຸກຂອງຫວຽດນາມ ແລະວາງອອກທິດທາງຂອງອາຊຽນ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ການພັດທະນາລະບົບສາທາລະນະສຸກຮຽກຮ້ອງຕ້ອງມີທິດທາງໃໝ່ຄື ຄວາມໂປ່ງໃສ, ຄວາມຮັບຜິດຊອບໃນການອະພິບາຍ...

ທີ່ກອງປະຊຸມພິເສດລັດຖະມົນຕີສາທາລະນະສຸກ ອາຊຽນ - ອາເມລິກາ ດ້ວຍຫົວຂໍ້ “ຍົກສູງສຸຂະພາບ ແລະສະຫວັດດີການໃນພາກພື້ນອາຊຽນ”, ທ່ານນາງລັດຖະມົນຕີ ດ່າວຮົ່ງລານ ໄດ້ເນັ້ນໜັກເຖິງການເພີ່ມທະວີລະບົບສະຫວັດດີການສັງຄົມ.

ທ່ານນາງລັດຖະມົນຕີ ດ່າວຮົ່ງລານ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ - ສາທາລະນະສຸກ ອາຊຽນ ຄັ້ງທີ 2 ເພື່ອພ້ອມກັນປຶກສາຫາລືກ່ຽວກັບວຽກງານສົມທົບກັນລະຫວ່າງ 2 ຂະແໜງການ ແລະການສ້າງຕັ້ງຄະນະປະຕິບັດງານຮ່ວມມືດ້ານການເງິນ ແລະສາທາລະນະສຸກອາຊຽນ.

ສິ້ນສຸດກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ຄັ້ງທີ 16 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ການນຳກະຊວງສາທາລະນະສຸກອາຊຽນ, ອາຊຽນ+3, ສ.ເກົາຫຼີ, ຈີນ, ອາເມລິກາ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ.

ໂດຍ: ຈາງຫງວຽນ