ໃນຊຸມວັນນີ້, ບັນດາສວນດອກເບັນຈະມາດ ຢູ່ແຄມໜອງ ໄຕ ກໍາລັງສ້າງຄວາມດຶງດູດໄວໜຸ່ມ ມາຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ບັນດາສວນດອກເບັນຈະມາດ ສ່ວນຫຼາຍແມ່ນຕັ້ງຢູ່ຕາແສງ ເຍີດເຕິນ. ໂດຍກຳໄດ້ຄວາມນິຍົມຂອງໄວໜຸ່ມ, ບັນດາເຈົ້າຂອງສວນຢູ່ທີ່ນີ້ໄດ້ປູກດອກເບັນຈະມາດເປັນຈຳນວນຫຼວງຫຼາຍ, ສ່ວນໜຶ່ງແມ່ນເພື່ອຮັບໃຊ້ບໍລິການຖ່າຍຮູບເປັນທີ່ລະນຶກ, ສ່ວນໜຶ່ງແມ່ນສະໜອງໃຫ້ແກ່ຕະຫຼາດດອກໄມ້ ກວ້າງບ໋າ.
ເຖິງວ່າມີສວນດອກເບັນຈະມາດຫຼາຍແຫ່ງກໍ່ຕາມ, ແຕ່ເກືອບຄືວ່າສວນໃດກໍ່ມີແຂກມາທ່ຽວຊົມ ແລະຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ບັນດາສວນດອກເບັນຈະມາດ ມີເນື້ອທີ່ກວ້າງນັບຮ້ອຍຕາແມັດ ເພື່ອຮັບໃຊ້ຄວາມຕ້ອງການຖ່າຍຮູບຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ດ້ວຍຄ່າບໍລິການ ແມ່ນ 20.000-50.000 ດົ່ງ/ຄົນ.
ໜານດອກເບັນຈະມາດ ຂຽວສົດງົດງາມຄືເຊື້ອເຊີນແຂກຄົນມາທ່ຽວ...
ເສື້ອຍາວສີຂາວ ແມ່ນການເລືອກເຟັ້ນຂອງໄວໜຸ່ມເມື່ອມາຢ້ຽມຊົມສວນດອກເບັນຈະມາດ.
ບັນທຶກຈຸດເວລາທີ່ສວຍງາມ.
ເສື້ອສີຂາວສົມທົບກັບດອກເບັນຈະມາດ ໄດ້ເພີ່ມຄວາມງາມຕື່ມອີກໃຫ້ແກ່ໄວໜຸ່ມ.
ມາ ເຍີດເຕິນ ໃນໄລຍະນີ້, ບັນດາທົ່ງດອກເບັນຈະມາດ ທີ່ຍາວຢຽດສຸດສາຍຕາ.
ອວດຄວາມງາມຂ້າງດອກເບັນຈະມາດ.
ບັນດາສວນດອກເບັນຈະມາດ ໄດ້ກາຍເປັນສະຖານທີ່ມາທ່ຽວຊົມຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ເມື່ອລະດູໜາວວຽນມາ.
ກວດຜົນແຫ່ງການຖ່າຍຮູບ.
ກປ.ອອນໄລ - ແຕ່ລະເທື່ອເມື່ອລະດູໜາວວຽນມາ, ສວນດອກເບັນຈະມາດ ຢູ່ແຄມໜອງ ໄຕ ກໍ່ເບ່ັງບານ, ອວດຄວາມງາມດ້ວຍສີຂາວກະຈະທີ່ເຕັມໄປດ້ວຍພະລັງຊີວິດ. ບັນດາໜານດອກເບັນຈະມາດຂາວກະຈະນັ້ນໄດ້ດຶງດູດໄວໜຸ່ມນະຄອນຫຼວງເປັນຈໍານວນຫຼວງຫຼາຍມາຖ່າຍຮູບເປັນທີ່ລະນຶກ. ບັນຍາກາດຄຶກຄື້ນມ່ວນຊື່ນຂອງໄວໜຸ່ມສົມທົບກັບສີຂາວກະຈະຂອງດອກເບັນຈະມາດ ໄດ້ສ້າງເປັນວັດທະນະທໍາອັນດີງາມຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ໃນຍາມລະດູໜາວວຽນມາ.
ໜັງສືພິມກອງທັບປະຊາຊົນ ເອເລັກໂຕນິກ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບທີ່ສວຍງາມຢູ່ສວນດອກເບັນຈະມາດແຄມໜອງ ໄຕ.
ແປໂດຍ: ກວຽດເຕິມ
Type the code from the image