ພະນັກງານ, ອາຈານ, ນັກສໍາມະນາກອນວິທະຍາຄານທະຫານເຮືອທຳການເຄົາລົບທ່າກໍາປັ່ນທະຫານກ່ອນຈະອອກເດີນທາງ. ພາບ: ຢຸຍຮົ່ງ.
ຮູບພາບເຮືອສະເພົາໝາຍເລກ 286 ເລກຸ໋ຍດົນ. ພາບ: ຢຸຍຮົ່ງ.
ຜູ້ບັນຊາການເຮືອສະເພົາໝາຍເລກ 286 ອອກຄໍາສັ່ງເນັ່ງໃບເຮືອ. ພາບ: ຢຸຍຮົ່ງ.
ແນະນໍາໃຫ້ນັກສໍາມະນາກອນການນໍາໃຊ້ອາວຸດຍຸດທະພັນໃນຫ້ອງບັນຊາ. ພາບ: ຢຸຍຮົ່ງ.
ນັກສໍາມະນາກອນຊຸດທີ 58 ປະຕິບັດການເນັ່ງ ແລະເກັບມ້ຽນໃບເຮືອ. ພາບ: ຢຸຍຮົ່ງ.
ພະນັກງານ, ອາຈານວິທະຍາຄານທະຫານເຮືອແນະນໍາໃຫ້ນັກສໍາມະນາກອນເຕັກນິກປະຕິບັດກ່ຽວກັບເຊືອກໃບເຮືອ. ພາບ: ຢຸຍຮົ່ງ.
ນັກສໍາມະນາກອນປະຕິບັດການສັງເກດເປົ້າໝາຍທາງອາກາດ, ທາງທະເລ. ພາບ: ຢຸຍຮົ່ງ.
ປະຕິບັດການນໍາໃຊ້ເຮືອອີໂມກູ້ໄພ, ກູ້ຊີບ. ພາບ: ຢຸຍຮົ່ງ.
ຝຶກແອບຍິງປືນຢູ່ກໍາປັ່ນ. ພາບ: ຢຸຍຮົ່ງ.
ບັນດານັກສໍາມະນາກອນປະຕິບັດການກໍານົດທີ່ຕັ້ງກໍາປັ່ນຢູ່ແຜນທີ່ເດີນທະເລໃນເງື່ອນໄຂຕອນກາງເວັນ ແລະກາງຄືນ. ພາບ: ຢຸຍຮົ່ງ.
ແນະນໍານັກສໍາມະນາກອນນໍາໃຊ້ເຄື່ອງອຸປະກອນໄດນາມິກ. ພາບ: ຢຸຍຮົ່ງ.
ເວລາພັກຜ່ອນຢູ່ກໍາປັ່ນພາຍຫຼັງທີ່ຝຶກແອບຢ່າງເຄັ່ງຕຶງເປັນເວລາໜຶ່ງວັນຂອງພະນັກງານ, ອາຈານ, ນັກສໍາມະນາກອນວິທະຍາຄານທະຫານເຮືອ. ພາບ: ຢຸຍຮົ່ງ.
ກປ.ອອນໄລ - ມີຈິດໃຈທຸ່ນທ່ຽງ, ເຊື່ອໝັ້ນຕົນເອງໃນການບັນຊາ ແລະແກ້ໄຂບັນດາກໍລະນີ; ນໍາໃຊ້ອາວຸດຍຸດທະຢ່າງຄ່ອງແຄ້ວ... ນັ້ນແມ່ນຄວາມຮັບຮູ້ຂອງພວກຂ້າພະເຈົ້າກ່ຽວກັບບັນດານັກສໍາມະນາກອນຂັ້ນໝວດຊຸດທີ 58 ຢູ່ເຮືອສະເພົາໝາຍເລກ 286 - ເລກຸ໋ຍດົນ ສັງກັດວິທະຍາຄານທະຫານເຮືອໃນການໄປປະຕິບັດການຝຶກແອບຕົວຈິງເປັນເວລາຫຼາຍວັນຢູ່ທະເລ. ໂດຍໄດ້ຮັບການແນະນໍາ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກພະນັກງານ, ອາຈານ, ບັນດານັກສໍາມະນາກອນໄດ້ປະຕິບັດສໍາເລັດບັນດາເນື້ອໃນການຝຶກແອບທີ່ໄດ້ວາງອອກເປັນຢ່າງດີ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ນີ້ບໍ່ພຽງແຕ່ແມ່ນຫ້ອງບັນຍາຍທີ່ມີຊີວິດຊີວາຢູ່ທະເລເທົ່ານັ້ນ, ຫາກຍັງແມ່ນການກວດກາ ແລະປະເມີນຜົນທຸກດ້ານກ່ອນທີ່ບັນດານັກສໍາມະນາກອນຈະຮຽນຈົບຢູ່ໂຮງຮຽນອີກດ້ວຍ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາບາງຮູບພາບກ່ຽວກັບການຝຶກແອບຢູ່ທະເລຂອງບັນດານັກສໍາມະນາກອນຊຸດທີ 58 ວິທະຍາຄານທະຫານເຮືອ.
ແປໂດຍ: ເກື່ອງດັ້ງ
Type the code from the image