ພິທີໄຂ Festival ວັດທະນະທໍາຄ້ອງໄຕງວຽນ ປີ 2018. ພາບ: ຫງວຽນແອັງເຊີນ.
ງານບຸນຕາມທ້ອງຖະໜົນດ້ວຍນັກສິລະປິນຕີຄ້ອງເຂົ້າຮ່ວມກວ່າ 1.000 ຄົນ. ພາບ: ຫງວຽນແອັງເຊີນ.
ສຽງຄ້ອງດັງຂຶ້ນໄດ້ດຶງດູດນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ພາບ: ຫງວຽນແອັງເຊີນ.
ນັກທ່ອງທ່ຽວ ພ້ອມກັບບັນດາທີມຕີຄ້ອງ. ພາບ: ຫງວຽນແອັງເຊີນ.
ບັນດາສາວຊາວເຜົ່າຢາຣາຍ ສະແດງລາຍການຟ້ອນທີ່ເຕັມໄປດ້ວຍສີສັນວັດທະນະທໍາ. ພາບ: ຫງວຽນແອັງເຊີນ.
ທີມຕີຄ້ອງເຍົາວະຊົນ ສ້າງຄວາມປະທັບໃຈ ແລະອາລົມຈິດຢູ່ Festival. ພາບ: ຫງວຽນແອັງເຊີນ.
ສະແດງພິທີກຳຂຶ້ນເຮືອນໃໝ່ (ເຮືອນຣົງ) ຂອງຊາວເຜົ່າບານາ. ພາບ: ຫງວຽນແອັງເຊີນ.
ບັນດາອ້າຍບ່າວ, ນາງສາວໃນທີມຕີຄ້ອງ. ພາບ: ຫງວຽນແອັງເຊີນ.
ນັກສິລະປິນ ແລະນັກສະແດງເຍົາວະຊົນ ທີ່ Festival. ພາບ: ຫງວຽນແອັງເຊີນ.
ນັກສິລະປິນຄວັດແກະຮູບປັ້ນພື້ນເມືອງ. ພາບ: ຫງວຽນແອັງເຊີນ.
ນັກທ່ອງທ່ຽວພົບປະແລກປ່ຽນກັບບັນດານັກສິລະປິນຄວັດແກະຮູບປັ້ນ. ພາບ: ຫງວຽນແອັງເຊີນ.
ສະແດງການຕໍ່າແຜ່ນແພພື້ນເມືອງທີ່ Festival. ພາບ: ຫງວຽນແອັງເຊີນ.
ບັນດາລວດລາຍທີ່ເປັນເອກະລັກສະເພາະ ໂດຍບັນດານັກສິລະປິນທີ່ມີສີມືຄ່ອງແຄ້ວ. ພາບ: ຫງວຽນແອັງເຊີນ.
ກປ.ອອນໄລ - Festival ວັດທະນະທໍາຄ້ອງໄຕງວຽນ ປີ 2018 ຢູ່ແຂວງຢາລາຍ ດ້ວຍບັນດາການເຄື່ອນໄຫວທີ່ຈັບອົກຈັບໃຈ, ອຸດົມສົມບູນ ຄື: ງານບຸນຕາມທ້ອງຖະໜົນ; ລາຍການສະແດງບັນດາພິທີກຳ, ງານບຸນປະເພນີ; ງານສະແດງສິລະປະຄວັດແກະຮູບປັ້ນດ້ວຍໄມ້, ການຈັກສານ, ການຕໍ່າແຜ່ນແພພື້ນເມືອງ; ລາຍການສະແດງສິລະປະພື້ນເມືອງ, ງານວາງສະແດງຮູບຖ່າຍ, ຮູບແຕ້ມ, ເອກະສານ, ວັດຖຸພັນ; ກອງປະຊຸມສໍາມະນາວິທະຍາສາດ; ກາເຟແຄມຖະໜົນ; ອາຫານການກິນເຂດໄຕງວຽນ ແລະອາຫານການກິນທັງ 3 ພາກເໜືອ, ກາງ, ໃຕ້ຂອງຫວຽດນາມ, ແນະນໍາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງບັນດາທ້ອງຖິ່ນ... ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະຊາຊົນ ແລະນັກທ່ອງທ່ຽວ.
Festival ແມ່ນໂອກາດເພື່ອເຊີດຊູ, ໂຄສະນາເຜີຍແຜ່, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າຂອງວັດທະນະທໍາຄ້ອງເຂດໄຕງວຽນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດໄຕງວຽນ.
ໂດຍ: ທູຈາງ
Type the code from the image