ກໍາລັງປະກອບອາວຸດທະຫານເຂດ 2 ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມ
ກປ.ອອນໄລ - ໂດຍຮັບຜົນສະທ້ອນຈາກພາຍຸລູກທີ 3, ຝົນຕົກໜັກຢູ່ບັນດາແຂວງ ອຽນບ໋າຍ, ຟູທໍ້, ເຊິນລາ, ລາວກາຍ ໄດ້ເຮັດໃຫ້ລະດັບນໍ້າຢູ່ແມ່ນໍ້າ, ຫ້ວຍຕ່າງໆຂື້ນສູງ, ມີຫຼາຍເຂດນໍ້າລົ້ນຄູ, ພາໃຫ້ນໍ້າຖ້ວມໃນບໍລິເວນຢູ່ເມືອງ ຮ້າຮວ່າ, ຕາມນົງ, ແທງບາ, ເຕິນເຊີນ, ແທງເຊີນແຂວງ ຟູທໍ້, ເມືອງວັນເຈິນ ແຂວງ ອຽນບ໋າຍ.
ປະຈຸບັນ, ກອງບັນຊາການທະຫານເຂດ 2 ໄດ້ຊີ້ນໍາບັນດາກໍາລັງເຂົ້າຮ່ວມການກູ້ຊ່ວຍ, ໃນນັ້ນບຸລິມະສິດທີ່ສຸດແມ່ນການຈັດຕັ້ງສົ່ງທັນຍາຫານ ແລະສະບຽງອາຫານ, ຢຸກຢາ, ຊັບຊ້ອນເຮືອນຢູ່ຊ່ົວຄາວໃຫ້ທຸກຄອບຄົວທີ່ມີເຮືອນຖືກເພພັງ, ຊັບສິນທັງໝົດຖືກນ້ຳຊຸໄປ, ພ້ອມທັງປະຕິບັດບັນດານະໂຍບາຍສະຫວັດດີການສັງຄົມເປັນຢ່າງດີ, ໜູນຊ່ວຍບັນດາຄອບຄົວໃນເຂດຖືກຜົນສະທ້ອນຈາກໄພທໍາມະຊາດຢ່າງທັນການ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາບາງຮູບພາບກ່ຽວກັບກໍາລັງປະກອບອາວຸດທະຫານເຂດ 2 ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມ.
ແປໂດຍ: ເກື່ອງດັ້ງ