ໝູ່ບ້ານ ຕ໊າວານ ຢູ່ຕາແສງ ຕ໊າວານ, ເມືອງ ຊາປາ, ແຂວງ ລາວກາຍ, ຫ່າງຈາກນະຄອນ ຊາປາ ປະມານ 12 ກິໂລແມັດ. ພາບ: vov.vn.
ໝູ່ບ້ານ ຕ໊າວານ ມີກວ່າ 150 ຄອບຄົວພວມດໍາລົງຊີວິດ, ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າ ໄຢ. ພາບ: vov.vn.
ເຂົາເຈົ້າດໍາລົງຊີວິດດ້ວຍອາຊີບເຮັດໄຮ່ເປັນຕົ້ນຕໍ. ພາບ: vov.vn.
ເມື່ອມາຮອດ ຕ໊າວານ, ພວກເຮົາຈະພົບເຫັນເຮືອນຮ້ານຫຼາຍຫຼັງ ແລະບັນດາປ້າຍທີ່ງ່າຍດາຍດ້ວຍແຖວໜັງສື “Homestay”. ພາບ: vov.vn.
ບັນດາເຮືອນນ້ອຍເຮັດດ້ວຍໄມ້. ພາບ: vov.vn.
ຢູ່ທີ່ນີ້, ບັນດາເຮືອນໃຫ້ເຊົ່າຕາມແບບ Homestay ສ່ວນຫຼາຍລ້ວນແຕ່ມີບັນດາຕັ່ງຍາວ ແລະໂຕະນ້ອຍໆ... ພາບ: vov.vn.
ໂດຍແມ່ນໝູ່ບ້ານນ້ອຍຢູ່ເຂດພູສູງ, ເສັ້ນທາງໄປມາຍັງປະສົບກັບຄວາມຫຍຸ້ງຍາກຢູ່, ແຕ່ໝູ່ບ້ານ ຕ໊າວານ ຍັງມີຜະລິດຕະພັນທີ່ຈຳເປັນໃຫ້ຊີວິດປະຈຳວັນຢ່າງຄົບຖ້ວນ. ພາບ: vov.vn.
ແຂກທ່ອງທ່ຽວສາມາດພົບເຫັນຊາວຊົນເຜົ່ານັ່ງປັກແສ່ວບັນດາຜະລິດຕະພັນທ່ອງທ່ຽວ. ພາບ: vov.vn.
ແຂກທ່ອງທ່ຽວສາມາດຊື້ເຄື່ອງເປັນທີ່ລະນຶກຢູ່ບັນດາຮ້ານນ້ອຍໆຢູ່ແຄມທາງ. ພາບ: vov.vn.
ບັນດາຂອງຂວັນເປັນທີ່ລະນຶກດ້ວຍແພພື້ນເມືອງ. ພາບ: vov.vn.
ໜຶ່ງໃນບັນດາສະຖານທີ່ homestay ໄດ້ຮັບການນິຍົມຈາກແຂກທ່ອງທ່ຽວຕ່າງປະເທດແມ່ນເຮືອນບູຮານທີ່ມີອາຍຸກວ່າ 100 ປີ. ພາບ: vov.vn.
ກປ.ອອນໄລ - ໂດຍຕັ້ງຢູ່ຮ່ອມພູ ເມື່ອງຮວາ ທີ່ສວຍງາມຄືດັ່ງພາບແຕ້ມ, ຢູ່ຕີນພູ ຮວ່າງລຽນເຊີນ, ໝູ່ບ້ານ ຕ໊າວານ ໄດ້ດຶງດູດແຂກທ່ອງທ່ຽວດ້ວຍທັດສະນີຍະພາບທໍາມະຊາດຕາມເສັ້ນທາງເຂົ້າບ້ານ. ນັ້ນບໍ່ພຽງແຕ່ແມ່ນບັນດາທົ່ງນາຂັ້ນໄດ, ແມ່ນສາຍພູສູງເທົ່ານັ້ນ... ປັດຈຸບັນ, ຕ໊າວານ ຍັງດຶງດູງແຂກທ່ອງທ່ຽວດ້ວຍບັນດາແຖວ “ຖະໜົນ” ພ້ອມກັບບັນດາບໍລິການທີ່ສະດວກສະບາຍແຕ່ຍັງຮັກສາໄດ້ສີສັນທີ່ເປັນເອກະລັກສະເພາະໃນໝູ່ບ້ານອີກດ້ວຍ.
ແປໂດຍ: ຫງວຽນກຸກ
Type the code from the image